ວຽ​ກ​ງານຄຸ້ມ​ຄອງ, ບໍ​ລິ​ຫານ​ລາ​ຄາ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ ເປັນ​ປົກ​ກະ​ຕິ

(VOVWORLD) -ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕິດຕາມສະພາບການຜັນແປຂອງ ການສະໜອງ ແລະ ຄວາມຕ້ອງການ ທັງຢູ່ພາຍໃນ ແລະ ຕ່າງປະເທດຢ່າງໃກ້ຊິດ.
ວຽ​ກ​ງານຄຸ້ມ​ຄອງ, ບໍ​ລິ​ຫານ​ລາ​ຄາ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ ເປັນ​ປົກ​ກະ​ຕິ - ảnh 1ພາບປະກອບ:  vneconomy.vn

ຕອນເຊົ້າວັນທີ 26 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍ ໄດ້ເປັນປະທານ ກອງປະຊຸມຄະນະຊີ້ນຳ, ບໍລິຫານລາຄາ ຂອງລັດຖະບານ ໄຕມາດທີ 4 ຕີລາຄາວຽກງານຄຸ້ມຄອງ, ບໍລິຫານລາຄາ ໃນໄລຍະທີ່ຜ່ານມາ ກຳນົດທິດໃນຊຸມເດືອນທ້າຍປີ 2021, ຄາດຄະເນວຽກງານບໍລິຫານລາຄາໃນປີ 2022. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ໄດ້ໃຫ້ຂໍ້ສັງເກວ່າ: ການປະຕິບັດວຽກງານຄຸ້ມຄອງ, ບໍລິຫານລາຄາ ໃນໄລຍະຜ່ານມາ  ໄດ້ປະກອບສ່ວນເຂົ້າໃນການຮັກສາເສດຖະກິດມະຫາພາກເປັນປົກກະຕິ, ແກ້ໄຂຄວາມຫຍຸ້ງຍາກ ໃຫ້ແກ່ວິສາຫະກິດ, ໃນສະພາບການໂລກລະບາດໂຄວິດ - 19 ມີການຜັນແປທີ່ສັບສົນ ແລະ ແກ່ຍາວ. ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕິດຕາມສະພາບການຜັນແປຂອງ ການສະໜອງ ແລະ ຄວາມຕ້ອງການ ທັງຢູ່ພາຍໃນ ແລະ ຕ່າງປະເທດຢ່າງໃກ້ຊິດ. ບໍລິຫານຕາມຫຼັກການຕະຫຼາດ, ສົມທົບກັບວຽກງານກວດກາ ເພື່ອຮັກສາລາຄາເປັນປົກກະຕິນັບແຕ່ນີ້ຮອດທ້າຍປີ, ເປັນຕົ້ນແມ່ນໃນໂອກາດບຸນປີໃໝ່ປະຈຳຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ