ວຽກ​ງານ​ຖະ​ແຫຼງ​ຂ່າວ​ໃຫ້ຕ່າງ​ປະ​ເທດ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຢັ້ງ​ຢືນ​ທີ່​ຕັ້ງ​ບົດ​ບາດ, ອິດ​ທິ​ພົນ​ຊ​ື່​ສຽງ​ຂອງ​ຫວຽດ​ນາມ​​ໃນ​ເວ​ທີ​ສາ​ກົນ

(VOVWORLD) -  ຕອນຄ່ຳວັນທີ 28 ກໍລະກົດ ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີມອບລາງວັນທົ່ວປະເທດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ VI. 
ວຽກ​ງານ​ຖະ​ແຫຼງ​ຂ່າວ​ໃຫ້ຕ່າງ​ປະ​ເທດ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຢັ້ງ​ຢືນ​ທີ່​ຕັ້ງ​ບົດ​ບາດ, ອິດ​ທິ​ພົນ​ຊ​ື່​ສຽງ​ຂອງ​ຫວຽດ​ນາມ​​ໃນ​ເວ​ທີ​ສາ​ກົນ - ảnh 1ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ກ່າວຄຳເຫັນທີ່ພິທີມອບລາງວັນ

ກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໃຫ້ຮູ້ວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດ ໄດ້ໂຄສະນາພາບພົດຂອງປະເທດ, ຢັ້ງຢືນທີ່ຕັ້ງບົດບາດ, ອິດທິພົນຊື່ສຽງຂອງຫວຽດນາມຢູ່ເວທີສາກົນ, ທ່ານນາງຢັ້ງຢືນວ່າ ປີ 2020 ແມ່ນປີຫວຽດນາມ ດຳລົງບັນດາຕຳແໜ່ງ ທາງການຕ່າງປະເທດສຳຄັນ, ຍິ່ງໃຫຍ່ ແລະ ໜັກໜ່ວງທີ່ສຸດ, ເພາະສະນັ້ນ, ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດ ຕ້ອງສືບຕໍ່ໄດ້ຮັບການຜັນຂະຫຍາຍຢ່າງເປັນເຈົ້າການ, ຕັ້ງໜ້າ, ມີປະສິດທິຜົນ, ເສີມຂະຫຍາຍບັນດາກາລະໂອກາດທີ່ສ້າງໄດ້ໃຫ້ຢູ່ໃນລະດັບສູງສຸດ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໃຫ້ຮູ້ວ່າ:

        ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດຄວນປະກອບສ່ວນສຳຄັນເຂົ້າໃນວຽກງານສົມທົບກັນລະຫວ່ງກຳລັງແຮງຂອງຊາດ ແລະ ກຳລັງແຮງຂອງຍຸກສະໄໝ, ສົມທົບກັນລະຫວ່າງ ການຕ່າງປະເທດຂອງພັກ, ການທູດຂອງລັດ ແລະ ການຕ່າງປະເທດປະຊາຊົນ, ການທູດລັດຖະສະພາລະຫວ່າງ ການຖະແຫຼງຂ່າວພາຍໃນປະເທດ ແລະ ການຖະແຫຼງຂ່າວໃຫ້ຕ່າງປະເທດເພື່ອແນໃສ່ຍົກ ທີ່ຕັ້ງບົດບາດ, ອິດທິພົນຊື່ສຽງຂອງຫວຽດນາມ ຢູ່ເວທີສາກົນໃຫ້ສູງກ່ວາອີກ. ເປັນເຈົ້າການ “ຫັນສິ່ງທ້າທາຍໃຫ້ເປັນກາລະໂອກາດ”, ຍາດແຍ່ງກາລະໂອກາດອັນລ້ຳຄ່າກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດເຊິ່ງ ປະເທດຂອງພວກເຮົາບັນລຸໄດ້ໃນຂະບວນການປ້ອງກັນ, ຕ້ານໂລກລະບາດ Covid 19 ເພື່ອເພີ່ມທະວີການໂຄສະນາພາບພົດຂອງປະເທດຊາດ ແລະ ຊາວຫວຽດນາມ, ທັງເປັນການຢັ້ງຢືນເຖິງການນຳພາອັນຖືກຕ້ອງ ແລະ ໝັ້ນຄົງຂອງພັກ, ທັງດຶງດູດທຸກໆແຫຼ່ງກຳລັງເພື່ອປະກອບສ່ວນເຂົ້າໃນການຟື້ນຟູ ແລະ ພັດທະນາເສດຖະກິດ.

        ການສອບເສັງຊີງລາງວັນທົ່ວປະເທດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ VI ທາງຄະນະຈັດຕັ້ງໄດ້ຮັບຜົນງານເຂົ້າຮ່ວມຊີງລາງວັນທັງໝົດ 1331 ຜົນງານໃນຮູບແບບຄື: ໜັງສືພິມ, ໜັງສືພິມເອເລັກໂຕນິກ, ການກະຈາຍສຽງ, ໂທລະພາບ… ບັນດາຜົນງານເຫຼົ່ານັ້ນໄດ້ສະແດງອອກດ້ວຍ 17 ພາສາ. ຄະນະຈັດຕັ້ງ ແລະ ສະພາມອບລາງວັນ ໄດ້ຄັດເລືອກເອົາຜົນງານທີ່ດີເດັ່ນ 175 ຜົນງານເພື່ອມອບລາງວັນເຊິ່ງລວມມີ: ລາງວັນທີ 1 ມີ18 ລາງວັນ, ລາງວັນທີ 2 ມີ 33 ລາງວັນ, ລາງວັນທີ 3 ມີ 44 ລາງວັນ ແລະ ລາງວັນຊົມ ເຊີຍ ມີ 80 ລາງວັນ.

ຕອບກັບ

ຂ່າວ/ບົດ​ອື່ນ