ວິໄຈຫາເຊື້ອພະຍາດໂຄວິດ-19 ໃຫ້ຜູ້ແທນທັງໝົດທີ່ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ

(VOVWORLD) -ສູນຄວບຄຸມໂລກລະບາດຮ່າໂນ້ຍ ຈະປະຕິບັດການວິໄຈເປັນ 2 ຄັ້ງ ກັບຕົວຢ່າງກວ່າ 8000 ຕົວ, ລວມທັງຜູ້ແທນ, ແຂກຖືກເຊີນ
ວິໄຈຫາເຊື້ອພະຍາດໂຄວິດ-19 ໃຫ້ຜູ້ແທນທັງໝົດທີ່ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ - ảnh 1ທີ່ການເຮັດວຽກ
(ພາບ: plo.vn)

ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ພັກກອມມູນິດຫວຽດນາມ ຈະມາເຖິງນີ້ຈະໄດ້ວິໄຈຫາເຊື້ອພະຍາດໂຄວິດ-19 ເປັນ 2 ຄັ້ງ. ພະແນກສາທາລະນະສຸກຮ່າໂນ້ຍ ເປັນເຈົ້າພາບຂອງການວິໄຈດັ່ງກ່າວ.

        ນີ້ແມ່ນຂໍ້ມູນເຊິ່ງທ່ານ ຫງວຽນຄັ໊ກຮ່ຽນ, ຫົວໜ້າພະແນກສາທາລະນະສຸກຮ່າໂນ້ຍ ຍົກອອກມາທີ່ການເຮັດວຽກທາງອອນລາຍຂອງຄະນະຊີ້ນຳໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ເຊິ່ງດຳເນີນໃນຕອນບ່າຍວັນທີ 14 ມັງກອນ. ສູນຄວບຄຸມໂລກລະບາດຮ່າໂນ້ຍ ຈະປະຕິບັດການວິໄຈເປັນ 2 ຄັ້ງ ກັບຕົວຢ່າງກວ່າ 8000 ຕົວ, ລວມທັງຜູ້ແທນ, ແຂກຖືກເຊີນ ແລະ ພາລະກອນຮັບໃຊ້ກອງປະຊຸມໃຫຍ່ ເພື່ອຮັບປະກັນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຮັບໃຊ້ວຽກງານຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ.

        ໃນເຫດການທີ່ກ່ຽວຂ້ອງ, ເພື່ອຮັບໃຊ້ກອງປະຊຸມໃຫຍ່ຄັ້ງນີ້, ກຳລັງຮັບປະກັນຄວາມປອດໄພທາງການບິນຈະນຳໃຊ້ການເພີ່ມທະວີຄວບຄຸມລະດັບ 1 ຢູ່ບັນດາທ່າອາກາດສະຍານ, ສະໜາມບິນ.

ຕອບກັບ

ຂ່າວ/ບົດ​ອື່ນ