ສ ເກົາຫຼີ ຢາກດຳເນີນການ ພົບປະກັບ ສປປ ເກົາຫຼີ ຢູ່ນອກເວທີປາໄສພາກພື້ນ ອາຊຽນ

ສ ເກົາຫຼີ ຢາກດຳເນີນການ ພົບປະກັບ ສປປ ເກົາຫຼີ ຢູ່ນອກເວທີປາໄສພາກພື້ນ ອາຊຽນ - ảnh 1
ເຂດອຸດສາຫະກຳລວງ Keasong
(ພາບ: keia.org)

(vovworld) – ແຈ້ງ​ການ​ເມື່ອ​ວັນທີ 24/6 ຂອງ​ກະຊວງ​ທ້ອນ​ໂຮມ​ປະ​ເທດ​ຊາດ ສ ​ເກົາຫຼີ ​ໃຫ້​ຮູ້​ວ່າ: ວົງ​ເງິນ​ການ​ຄ້າ 2 ສົ້ນ​ລະ​ຫວ່າງ ສ ​ເກົາຫຼີ ​ແລະ ສປປ ​ເກົາຫຼີ ​ເກືອບ​ຄື​ວ່າ​ບໍ່​ມີ​ຫຍັງ ​ໃນ 5 ​ເດືອນ​ຜ່ານ​ມາ, ພາຍຫຼັງ​ສະພາບ​ການ​ເຄັ່ງ​ຕຶງ​ໃນ​ແຫຼມ ​ເກົາຫຼີ  ​ພາ​​ໄປ​ເຖິງ​ເລື່ອງ​ປິດ​ປະຕູ​ເຂດ​ອຸດສາຫະກຳ​ລວມ Kaesong. ​ແລ​ະ ກໍ່​ໃນ​ວັນ​ດຽວ​ກັນ, ມີ​ເຈົ້າ​ໜ້າ​ທີ່​ການ​ຕ່າງປະ​ເທດ ສ ​ເກົາຫຼີ ຜູ້​ໜຶ່ງ​ໃຫ້​ຮູ້​ວ່າ: ​ເຊີ​ອູ​ນ ຢາກ​ຈັດ​ຕັ້ງ​ການ​ພົບ​ປະ 2 ຝ່າຍ​ກັບ ສປປ ​ເກົາຫຼີ ຢູ່​ນອກ​​ເວທີ​ປາ​ໄສ​ພາກ​ພື້ນ ອາ​ຊຽນ (ARF) ຢູ່ ບຣູ​ໄນ ​ໃນ​ຕົ້ນ​ເດືອນ​ຈະ​ມາ​ເຖິງ. ຄາດ​ວ່າ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ສ ​ເກົາຫຼີ Yun Byung – se ​ແລ​ະ ຄູ່​ຕຳ​ແໜ່​ງ ສປປ ​ເກົາຫຼີ Pak Ui – chun ຈະ​ເຂົ້າ​ຮ່ວມ ARF ຄັ້ງ​ນີ້.

    ກ່ຽວຂ້ອງ​ເຖິງ​ບັນຫາ​ນິວ​ເຄຼຍ​ໃນ​ແຫຼມ ​ເກົາຫຼີ, ​ໃນ​ວັນ​ທີ 24/6, ກ່າວ​ຄຳ​ເຫັນ​ໃນ​ກອງປະຊຸມ​ປະຈຳ​ອາທິດ​ກັບ​ບັນດາ​ເລຂາ​ຂັ້ນ​ສູງ, ທ່ານນາງ​ປະທານາທິບໍດີ ສ ​ເກົາຫຼີ Park Gyn Hae ​ໃຫ້​ຮູ້​ວ່າ: ​ເຊີ​ອູ​ນ ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ ຈີນ ​ເພື່ອ​ແນ​ໃສ່​ເກ້​ຍກອ່ມ ພຽງ​ຢາງ ປະລະ​ໂຄງການ​ນິວ​ເຄຼຍ.

 

ຂ່າວ/ບົດ​ອື່ນ