ສ ເກົາຫຼີ ຮຽກຮ້ອງໃຫ້ ສປປ ເກົາຫຼີ ເຊື່ອມຕໍ່ການ ເຈລະຈາກ່ຽວກັບເຂດອຸດສາຫະກຳຮ່ວມ Kaesong

ສ ເກົາຫຼີ ຮຽກຮ້ອງໃຫ້ ສປປ ເກົາຫຼີ ເຊື່ອມຕໍ່ການ ເຈລະຈາກ່ຽວກັບເຂດອຸດສາຫະກຳຮ່ວມ Kaesong - ảnh 1
ເຂດອຸດສາຫະກຳຮ່ວມ Kaesong
(ພາບ: Yonhap)

(vovworld) – ວັນ​ທີ 4/8, ກະຊວງ​ທ້ອນ​ໂຮມ​ປະ​ເທດ​ເປັນ​ເອກະ​ພາບ ສ ​ເກົາຫຼີ ຮຽກຮ້ອງ​ໃຫ້ ສປປ ​ເກົາຫຼີ ​ເຊື່ອມ​ຕໍ່​ການ​ເຈລະ​ຈາ ກ່ຽວ​ກັບ​ເລື່ອງ​ໃຫ້ ​ເຂດ​ອຸດສາຫະກຳ​ຮ່ວມ Kaesong ເຄື່ອນ​ໄຫວຄືນ​ໃໝ່​​, ​ເຊີ່ງ​ເຄີຍ​ຖືກ​ປິດ​ປະຕູ​ໃນ​ກ່ວາ 3 ​ເດືອນ​ທີ່​ຜ່ານ​ມາ.​ໂຄສົກ​ຂອງ​ກະຊວງ​ດັ່ງກ່າວ​ເນັ້ນ​ໜັກ​ວ່າ: ຖ້າ​ຫາກ​ຢາກ​ແກ້​ໄຂ​ບັນຫາ Kaesong ຢ່າງ​ແທ້​ຈິງ ​ແລະ ຖື​ເຂດ​ອຸດສາຫະກຳ​ລວມນີ້​ຄື​ດັ່ງ​ມາດຖານ​ໃຫ້​ແກ່​ການ​ພົວພັນ​ລະຫວ່າງ 2 ພາກ ​ເກົາຫຼີ, ສປປ ​ເກົາຫຼີ ຄວນ​ສະ​ແດງ​ເຈດ​ຕະນາ​ດີ ​ແລະ ມີ​ການ​ກະທຳ​ແທນ​ທີ່​ການ​ມິ​ດງຽບ. ຂໍ້​ວິຈານ​ດັ່ງກ່າວ​ໄດ້​ຍົກ​ອອກ​ມາ​ພາຍຫຼັງ​ທ່ານ​ລັດຖະມົນຕີ​ກະຊວງ​ທ້ອນ​ໂຮມ​ປະ​ເທດ​ເປັນ​ເອກະ​ພາບ ສ ​ເກົາຫຼີ Ryoo Kihl Jae ສະ​ເໜີ​ເຈລະຈາ​ຄັ້ງ​ສຸດ​ທ້າຍ​ກັບ ສປປ ​ເກົາຫຼີ ກ່ຽວ​ກັບ​​ເລື່ອ​ງ​ໃຫ້​ເຂດ​ອຸດສາຫະກຳ​ຮ່ວມ Kaesong ເຄື່ອນ​ໄຫວຄືນ​ໃໝ່ ພຽງ​ໜຶ່ງ​ອາທິດ. ມາ​ຮອດ​ປະຈຸ​ບັນ, ສປປ ​ເກົາ​ຫຼີ ຍັງ​ບໍ່​ທັນ​ມີ​ປະຕິກິລິຍາ​​ໃດໆກ່ຽວ​ກັບ​ບັນຫາ​ດັ່ງກ່າວ​ເທື່ອ.

ຂ່າວ/ບົດ​ອື່ນ