ສ ເກົາຫຼີ ແລະ ລັດເຊຍ ປຶກສາຫາລືບັນຫາປອດນິວເຄຼຍໃນແຫຼມ ເກົາຫຼີ

ສ ເກົາຫຼີ ແລະ ລັດເຊຍ ປຶກສາຫາລືບັນຫາປອດນິວເຄຼຍໃນແຫຼມ ເກົາຫຼີ - ảnh 1
ພາບປະກອບ
(ຈາກ: AFP/TTXVN)

(vovworld) –  ວັນ​ທີ 18/7, ກະຊວງ​ການ​ຕ່າງປະ​ເທດ ສ ​ເກົາຫຼີ ​ໃຫ້​ຮູ້​ວ່າ: ສ ​ເກົາຫຼີ ​ແລະ ລັດ​ເຊຍ ມີ​ແຜນການ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ມ​າດຕະການ​ເພື່ອ​ແນ​ໃສ່​ມຸ່ງ​​ໄປ​ເຖິງ​ການ​ປອດ​ນິວ​ເຄຼຍ​ໃນ​ແຫຼ​ມ ​ເກົາຫຼີ. ຕາມ​ການ​ຄາດ​ຄະ​ເນ ​ແລ້ວ, ທ່ານ Grigory Logvinov, ຮອງ​ຫົວໜ້າ​ຄະນະ​ເຈລະຈາ ລັດ​ເຊຍ ທີ່​ຮອບ​ເຈລະຈາ 6 ຝ່າຍ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ໃນ​ແຫຼມ ​ເກົາຫຼີ​ ​ໄດ້​​ໄປ​ຮອດ​ນະຄອນຫຼວງ ​ເຊີ​ອູ​ນ ​ເມື່ອ​ວັນ​ທີ 18/7 ​ເພື່ອ​ເຈລະຈາ​ກັບ​ທ່ານ​ຮອງ​ຫົວໜ້າ​ຄະນະ​ເຈລະຈາ 6 ຝ່າຍ ສ ​ເກົາຫຼີ Lee Do Hoon ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ ສປປ ​ເກົາຫຼີ. ກະຊວງການຕ່າງປະເທດ ສ ເກົາຫຼີ ຖືວ່າ: ການຢ້ຽມຢາມຂອງນັກການທູດ ລັດເຊຍ ແມ່ນກຳລັງໜູນເພື່ອມຸ່ງໄປເຖິງການເພີ່ມທະວີຂໍ້ມູນຂ່າວສານຍຸດທະສາດ ແລະ ການຮ່ວມມືລະຫວ່າງ 2 ປະເທດ ໃນຫຼາຍຂົງເຂດ. ຜູ້ຕາງໜ້າຂອງ ສ ເກົາຫຼີ ແລະ ລັດເຊຍ ຍັງປຶກສາຫາລື ກ່ຽວກັບການຢ້ຽມຢາມ ລັດເຊຍ ຂອງຮອງລັດຖະມົນຕີການຕ່າງປະເທດ ຜູ້ທີ່ໜຶ່ງ ສ ເກົາຫຼີ, ຮັບຜິດຊອບກ່ຽວກັບບັນຫາ ນິວເຄຼຍ Kim Kye Gwan.

ຂ່າວ/ບົດ​ອື່ນ