ສິງ​ກະ​ໂປ ສືບ​ຕໍ່​ເປີດ​ປະ​ຕູຊາຍ​ແດນ

(VOVWORLD) -ນັບແຕ່ວັນທີ 27 ຕຸລາ, ຈະອະນຸຍາດໃຫ້ແຂກທ່ອງທ່ຽວທີ່ມີການສຳຜັດໄປ - ມາລະຫວ່າງ ບັງກະລາເທດ, ອິນເດຍ, ມຽນມາ, ເນປານ, ປາກິດສະຖານ ແລະ ສີລັງກາ ໄດ້ເຂົ້າເມືອງ ຫຼື ຜ່ານແດນ ສິງກະໂປ.
ສິງ​ກະ​ໂປ ສືບ​ຕໍ່​ເປີດ​ປະ​ຕູຊາຍ​ແດນ - ảnh 1ອ່າວ Marina, ສິງກະໂປ (ພາບ: THX/TTXVN)

ທີ່ກອງປະຊຸມຖະແຫຼງຂ່າວແບບທາງໄກ ໃນວັນທີ 23 ຕຸລາ, ກຳລັງລະຫວ່າງກະຊວງຮັບຜິດຊອບກ່ຽວກັບວຽກງານ ໂຄວິດ - 19 (MTF) ຂອງ ສິງກະໂປ ໃຫ້ຮູ້ວ່າ, ນັບແຕ່ວັນທີ 27 ຕຸລາ, ຈະອະນຸຍາດໃຫ້ແຂກທ່ອງທ່ຽວທີ່ມີການສຳຜັດໄປ - ມາລະຫວ່າງ ບັງກະລາເທດ, ອິນເດຍ, ມຽນມາ, ເນປານ, ປາກິດສະຖານ ແລະ ສີລັງກາ ໄດ້ເຂົ້າເມືອງ ຫຼື ຜ່ານແດນ ສິງກະໂປ. ແຂກທ່ອງທ່ຽວທີ່ມາຈາກບັນດາປະເທດເຫຼົ່ານັ້ນ ຈະຕ້ອງປະຕິບັດມາດຕະການຄວບຄຸມຊາຍແດນຢ່າງເຄັ່ງຄັດທີ່ສຸດ, ໃນນັ້ນ ມີການແຍກຕົວຢູ່ສູນແຍກຕົວໃນເວລາ 10 ວັນ.

ໄປຄຽງຄູ່ກັນນັ້ນ, ກໍນັບແຕ່ວັນທີ 27 ຕຸລາ ເປັນຕົ້ນໄປ, ສິງກະໂປ ຈະຜ່ອນຜັນມາດຕະການສຳລັບແຂກທ່ອງທ່ຽວທີ່ມາຈາກປະເທດບ້ານໃກ້ເຮືອນຄຽງຄື ມາເລເຊຍ ແລະ ອິນໂດເນເຊຍ.

MOH  ໃຫ້ຮູ້ວ່າ ແຂກທ່ອງທ່ຽວທີ່ມາຈາກ ມາເລເຊຍ, ອິນໂດເນເຊຍ, ກຳປູເຈຍ, ອີຢິບ, ຮຸງກາຣີ, ອິດສະຣາແອັນ, ກາຕາ, Seychelles, ອາຟະລິກາໃຕ້, ສະຫະລັດ ອາຣັບ ເອມີເລດ (UAE) ແລະ ຫວຽດນາມ ຈະຕ້ອງແຍກຕົວໃນເວລາ 10 ວັນຢູ່ ບ່ອນພັກອາໄສ.

ຕອບກັບ

ຂ່າວ/ບົດ​ອື່ນ