ສິງກະໂປແລະຫວຽດນາມເພີ່ມທະວີການຮ່ວມມືດ້ານເສນາຮັກ

ສິງກະໂປແລະຫວຽດນາມເພີ່ມທະວີການຮ່ວມມືດ້ານເສນາຮັກ - ảnh 1
ການ​ປະ​ຊຸມ​ລະ​ຫວ່າງ​ເສ​ນາ​ຮັກ​ຫວຽດ​ນາມ​ແລະ ສິງ​ກະ​ໂປ
ພາບ:baotintuc.vn

(vovworld)-​ ມີ​ທ່ານ​ໝໍ ແລະ ຜູ້​ຊ່ຽວ​​ການ​ແພດ ຂອງ​ກົມ​ເສ​ນາ​ຮັກ ຂຶ້ນ​ກັບ​ກຳ​ລັງ​ປະ​ກອບ​ອາ​ວຸດ ສິງ​ກະ​ໂປ 30 ຄົນ ຈະ​ພ້ອມ​ກັບ​ບັນ​ດາ​ພະ​ນັກ​ງານ​ການ​ແພດ, ທ່ານ​ໝໍ ຂອງ​ກົມ​ເສ​ນາ​ຮັກ ຂຶ້ນ​ກັບ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ດຳ​ເນີນ​ການກວດ​ພະ​ຍາດ​ໃຫ້​ແກ່​ປະ​ຊາ​ຊົນ​ຢູ່​ເມືອງ ບີງ​ຊວຽນ ແຂວງ ຫວີງ​ຟຸກ. ທີ່​ການ​ເຮັດ​ວຽກ​ຢູ່ ສິງ​ກະ​ໂປ ເມື່ອ​ວັນ​ທີ 9/12, ເຈົ້າ​ຫນ້າ​ທີ່​ຂອງ​ກົມ​ເສ​ນາ​ຮັກ ສິງ​ກະ​ໂປ ແລະ ຫວຽດ​ນາມ ໄດ້​ເປັນ​ເອ​ກະ​ພາບ​ນຳ​ກັນ​ວ່າ: ໃນ​ເວ​ລາ 4 ວັນ, ແຕ່​ວັນ​ທີ 15-18/12/2015, ທ່ານ​ໝໍພະ​ແນກ​ພາຍ​ໃນ, ພະ​ແນກ​ເດັກ, ແຂ້​້ວ ແລະ ຕາ​ຂອງ​ສິງ​ກະ​ໂປ ແລະ ຫວຽດ​ນາມ ຈະ​ກວດ​ພະ​ຍາດ​ໃຫ້​ແກ່ປະ​ຊາ​ຊົນ ຫວີງ​ຟຸກ  ແລະ ຝ່າຍ​ສິງ​ກະ​ໂປ ຈະ​ສະ​ຫນອງຢຸກ​ຢາ ແລະ ແວ່ນ​ຕາ​ໃຫ້​ແກ່​ຄົນ​ເຈັບ​ຫວຽດ​ນາມ. ນີ້​ເປັນ​ຄັ້ງ​ທຳ​ອິດ​​ທີ່ກົມ​ເສ​ນາ​ຮັກ​ຂອງ​ສອງ​ປະ​ເທດ ຮ່ວມ​ມື​ໃນ​ລາຍ​ການກວດ​ແລະ​ປິ່ນ​ປົວ​ພະ​ຍາດ​ມະ​ນຸດ​ສະ​ທຳ. ນອກ​ຈາກກວດ​ພະ​ຍາດ​ແລ້ວ, ບັນ​ດາ​ທ່ານ​ໝໍ​ ແລະ ຜູ້​ຊ່ຽວ​ຊານ​ດ້ານ​ການ​ແພດ​ຂອງ​ກົມ​ເສ​ນາ​ຮັກ ສິງ​ກະ​ໂປ ຍັງ​ແລກ​ປ່ຽນ​ກັບ​ເພື່ອນ​ຮ່ວມ​ງານ​ຫວຽດ​ນາມ ກ່ຽວ​ກັບ​ບົດ​ຮຽນ​ວິ​ຊາ​ສະ​ເພາະ​ກໍ​ຄື​ແບ່ງ​ບັນ​ບົດ​ຮຽນ​ຂອງ​ສິງ​ກະ​ໂປ​ໃນ​ການ​ເຄື່ອນ​ໄຫວ​ຫນູນ​ຊ່ວຍ​ມະ​ນຸດ​ສະ​ທຳ, ກູ້​ໄພ​ກູ້​ຊີບ ແລະ ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ.

 

 

ຂ່າວ/ບົດ​ອື່ນ