ສິງກະໂປໜູນຊ່ວຍດ້ານ ເຕັກນິກໃຫ້ຂະແໜງ ທະນາຄານຫວຽດນາມ


ສິງກະໂປໜູນຊ່ວຍດ້ານ ເຕັກນິກໃຫ້ຂະແໜງ ທະນາຄານຫວຽດນາມ - ảnh 1

ທະນາຄານ​ແຫ່ງ​ລັດ​ຫວຽດນາມ

(ພາບ: wikipedia.org)

 (vovworld)- ວັນ​ທີ 9/12, ໂຄງການ​ໜູນ​ຊ່ວຍ​ດ້ານ​ເຕັກນິກ​ຂອງ​ສິງກະ​ໂປ ສະຫງວນ​ໃຫ້​ບັນດາ​ທະນາຄານ​ສູນ​ກາງຂອງ​ຫວຽດນາມ, ກຳປູ​ເຈຍ, ລາວ ​ແລະ ມຽນມາ ໄດ້​ເລີ່​ມ​ເຄື່ອນ​ໄຫວ​ຢ່າງ​ເປັນ​ທາງ​ການ​. ດ້ວຍ​ເງິນ​ອຸປະຖຳ​ປະມານ ​250.000 USD  ຂອງ​ກອງ​ທຶນ ​ Temasek Foundation ແລະ ການ​ປະກອບສ່ວນ​ດ້ານ​ວິຊາ​ສະ​ເພາະ​ຂອງ​ອົງການ​ຄຸ້ມ​ຄອງ​ເງິນຕາ​ສິງກະ​ໂປ. ​ໂຄງການ​ຖືກ​ປະຕິບັດ​ໃນ​ເວລາ 2 ປີ​ດ້ວຍ​ຈຸດປະສົງ​ເພີ່ມ​ທະວີ​ຄວາມ​ສາມາດ​ໃຫ້ການ​ນຳ ​ແລະ ​ເຈົ້າໜ້າ​ທີ່​ຂອງ​ບັນດາ​ທະນາຄານສູນ​ກາງຂອງ​ຫວຽດນາມ, ກຳປູ​ເຈຍ, ລາວ ​ແລະ ມຽນມາ ກ່ຽວ​ກັບ​ຫຼັກການ​ດ້ານ​ການ​ເງິນ ​ແລະ ຕິດຕາມ​ກວດກາ​ດ້ານ​ການ​ເງິນ, ຄຸ້ມ​ຄອງ​ນະ​ໂຍບາຍ​ເງິນຕາ ກໍ່​ຄືລະບົບ​ຊຳລະ ​ແລະ ທຸລະ​ກຳ. ​ໂຄງການ​ຊ່ວຍ​​ເພີ່ມ​ທະວີ​ການ​ແລກປ່ຽນ​ທັດສະນະ​ວິຊາ​ສະ​ເພາະ​ລະຫວ່າງ​ເຈົ້າໜ້າ​ທີ່​ຂອງ​ບັນດາ​ທະນາຄານ ສູນ​ກາງຂອງ​ຫວຽດນາມ, ກຳປູ​ເຈຍ, ລາວ ​ແລະ ມຽນມາ ກັບ​ຄູ່​ຮ່ວມ​ມື​ສິງກະ​ໂປ ​ແລະ ຊ່ວຍ​ຫວຽດນາມ, ກຳປູ​ເຈຍ, ລາວ ​ແລະ ມຽນມາ ​ເຊື່ອມ​ໂຍງ​ເຂົ້າກັບ​ເສດຖະກິດ​ອາ​ຊຽນ ຢ່າງ​ເລິກ​ເຊິ່ງກວ້າງຂວາງ​ກ່ວາ./.

ຂ່າວ/ບົດ​ອື່ນ