ສິງກາໂປແລະອາເມລິກາປຶກສາຫາລືກ່ຽວກັບອາຊຽນແລະTPP

ສິງກາໂປແລະອາເມລິກາປຶກສາຫາລືກ່ຽວກັບອາຊຽນແລະTPP - ảnh 1
ພາບປະກອບ

(vovworld) – ທ່ານ​ນາຍົກລັດຖະມົນຕີສິງກາ​ໂປ ຫຼີຊຽນຫຼົງ  ​ແລະ ທ່ານລັດຖະມົນຕີ​ການ​ເງິນ ອາ​ເມ​ລິ​ກາ Jacob J. Lew, ທີ່​ພວມ​ຢູ່​ຢ້ຽມຢາມ ສິງ​ກາ​ໂປ, ວັນ​ທີ 13/11, ​ໄດ້​ແລກປ່ຽນ​ທັດສະນະ​ກ່ຽວ​ກັບ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ ອາ​ຊຽນ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ເຕີບ​ໂຕ​ເສດຖະກິດ​ໃນ​ວິວັດ​ການ​ເຈລະຈາ​ສັນຍາ​ຮ່ວມ​ມື​ເຂດ​ປາຊີ​ຟິກ (TPP). ທີ່​ການ​ພົບ​ປະ, 2 ຝ່າຍ​ກໍ່​ໄດ້​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື 2 ຝ່າຍ​ກ່ວາ​ອີກ, ພິຈາລະ​ນາ​ກ່ຽວ​ກັບ​ຫຼາຍບັນຫາ​ສາກົນ ​ແລະ ພາກ​ພື້ນ​ອື່ນ​ຄື​ແງ່​ຫວັງ​ການ​ເງິນ ​ແລະ ​ເສດຖະກິດ​ທົ່ວ​​ໂລກ ​ແລະ ບັນດາ​ການ​ຜັນ​ແປ​ຫຼ້າ​ສຸດ​ຢູ່​ພາກ​ພື້ນ ອາຊີ.

    ​ໃນ​ການ​ຢ້ຽມຢາມ​ຢ່າງ​ເປັນ​ທາງ​ການ​ຄັ້ງ​ທຳ​ອິດ​ເຖິງ ສິງ​ກາ​ໂປ ​ໃນ​ຖານະ​​ເປັນ​ລັດຖະມົນຕີ​ການ​ເງິນ ອາ​ເມ​ລິ​ກາ, ທ່ານ Jacob J. Lew ກໍ່​ໄດ້​ເຮັດ​ວຽກ​ກັບ​ທ່ານ​ຮອງ​ນາຍົກລັດຖະມົນຕີທັງ​ເປັນ​ລັດຖະມົນຕີ​ການ​ເງິນ ສິງ​ກາ​ໂປ Tharman Shanmugaratnam. ລັດຖະມົນຕີ 2 ທ່ານ​ໄດ້​ປຶກສາ​ຫາລື​ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ​ການ​ພົວພັນ 2 ຝ່າຍ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພາສີ​ອາກອນ, ​ແລກປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ການ​ປະຕິບັດ​ໂຄງການ​ປ່ຽນ​ໃໝ່​ວຽກ​ງານ​ບໍລິຫານ​ຂອງ​ກອງ​ທຶນ​ເງິນຕາ​ສາກົນ (IMF), ກ່ຽວ​ກັບ​ການ​ຜັນ​ແປ​ມໍ່ໆ​ນີ້​ໃນ​ຂົງ​ເຂດ​ການ​ເງິນ​ຢູ່ ອາຊີ ​ແລະ ກ່ຽວ​ກັບ TPP.

ຂ່າວ/ບົດ​ອື່ນ