ສົງຄາມການຄ້າລະຫວ່າງ ອາເມລິກາ ແລະ ຈີນ ກໍ່ຜົນຮ້າຍຕໍ່ການເຕີບໂຕທົ່ວໂລກ

(VOVWORLD) - ວັນທີ 23 ພຶດສະພາ, ກອງທຶນເງິນຕາສາກົນ (IMF) ໄດ້ກ່າວເຕືອນກ່ຽວກັບການປີນຂັ້ນໄດໃນສົງຄາມການຄ້າລະຫວ່າງ ອາເມລິກາ ແລະ ຈີນ, ຖືວ່າ:

ສົງຄາມການຄ້ານີ້ ບໍ່ພຽງແຕ່ “ກໍ່ຜົນຮ້າຍ” ຕໍ່ການເຕີບໂຕທົ່ວໂລກໃນປີ 2019 ເທົ່ານັ້ນ ຫາກຍັງເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈຫລຸດໜ້ອຍຖອຍລົງ ກໍ່ຄືຍູ້ລາຄາບໍລິໂພກຂຶ້ນສູງ. ທ່ານນາງ Gita Gopinath, ຫົວໜ້ານັກເສດຖະກິດຂອງ IMF, ໄດ້ປະຕິເສດຢ່າງເດັດຂາດຖະແຫຼງການຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ທີ່ຖືວ່າ ບັນດາລະດັບອັດຕາພາສີ ເຊິ່ງ ຈີນ ຕ້ອງຈ່າຍ ຈະນຳມາເຊິ່ງແຫຼ່ງລາຍຮັບກ້ອນໃຫຍ່ໃຫ້ແກ່ຄັງເງິນຂອງ ອາເມລິກາ, ຊ່ວຍຫລຸດຜ່ອນການຂາດດຸ່ນການຄ້າຂອງ ອາເມລິກາ.

ສົງຄາມການຄ້າລະຫວ່າງ ອາເມລິກາ ແລະ ຈີນ ກໍ່ຜົນຮ້າຍຕໍ່ການເຕີບໂຕທົ່ວໂລກ - ảnh 1 (ພາບປະກອບ)

ໃນບົດຂຽນໄດ້ລົງໃນ blop ສ່ວນຕົວ, ທ່ານນາງ Gita Gopinath ແລະ ເພື່ອນຮ່ວມງານບາງຄົນ ໄດ້ກ່າວເຕືອນວ່າ ຄວາມເສຍຫາຍດ້ານເສດຖະກິດ ຊ້ຳບໍ່ໜຳຈະຊົ່ວຮ້າຍກ່ວາ ຖ້າຫາກທ່ານ Donald Trump ພຽງແຕ່ຢຸດຢູ່ຄຳນາບຂູ່ ແລະ ຈັດວາງອັດຕາພາສີສູງສຸດສຳລັບທຸກປະເພດສິນຄ້ານຳເຂົ້າຈາກ ຈີນ, ຍ້ອນວ່າ ສິ່ງດັ່ງກ່າວ ຈະເຮັດໃຫ້ປະມານ 1/3 GDP ທົ່ວໂລກຫລຸດລົງໃນໄລຍະສັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ