ສົ່ງສິນຄ້າກ່ວາ400ໂຕນໄປຍັງເມືອງເກາະເຈື່ອງຊາເພື່ອຮັບໃຊ້ບຸນປີໃໝ່ປະຈຳຊາດປີວອກ

ສົ່ງສິນຄ້າກ່ວາ400ໂຕນໄປຍັງເມືອງເກາະເຈື່ອງຊາເພື່ອຮັບໃຊ້ບຸນປີໃໝ່ປະຈຳຊາດປີວອກ - ảnh 1
ກຳ່​ປັ່ນ 4 ລຳ​ຂອງ​ທະຫານ​ເຮືອເຂດ​ D ​ໄດ້​ເດ​ີນທາງ​ອອກ​ຈາກ​ທ່າ​ກຳ່​ປັ່ນ
 ກາມ​ແຣງ, ​ແຂ​ວງ ​ແຄ໋ງຮ່ວາ
(ພາບ: tienphong.vn)

(vovworld) - ຕອນບ່າຍ​ວັນ​ທີ 5/1, ກຳ່​ປັ່ນ 4 ລຳ​ຂອງ​ທະຫານ​ເຮືອເຂດ​ D ​ໄດ້​ເດ​ີນທາງ​ອອກ​ຈາກ​ທ່າ​ກຳ່​ປັ່ນ ກາມ​ແຣງ, ​ແຂ​ວງ ​ແຄ໋ງຮ່ວາ, ​ເພື່ອຂົນ​ສົ່ງ​ຂອງຂວັນ, ສະບຽງ​ອາຫານ​ຮັບ​ໃຊ້​ບຸນປີ​ໃໝ່ປະຈຳ​ຊາດ​ປີວ​ອກ​ໃຫ້​ແກ່​ພະ​ນັກ​ງານ, ນັກຮົບ ​ແລະ ປະຊາຊົນ​ໃນ​ໝູ່​ເກາະ ​ເຈື່ອງ​ຊາ, ​ເມືອງ​ເຈື່ອງ​ຊາ, ​ແຂວງ ​ແຄ໋ງຮ່ວາ. ຕາມພັນ​ຕີ ກາວ​ວັນ​ເຊີນ, ຫົວໜ້າ​ພະລາ​ທິການ​ກອງພົນ​ນ້ອຍ ​ເຈື່ອງ​ຊາ (ກອງ​ພົນ​ນ້ອຍ 146) ​ແລ້ວ, ການ​ກະກຽມ​ໃຫ້​ແກ່​ວຽກ​ງານ​ນີ້​ໄດ້​ຮັບ​ການ​ປະຕິບັດ​ແຕ່​ຫຼາຍ​ເດືອນ​ມາ​ນີ້:

        “ຍອດ​ປະລິມານ​ສິນ​ຄ້າ​ທີ່​ໄດ​​້ສົ່ງ​ເຖິງ​ເຈື່ອງ​ຊາ​ໃນ​ຄັ້ງ​ນີ້​ແມ່ນ​ປະມານ 400 ​ໂຕນ. ​ກຳ່​ປັ່ນ​​ແຕ່​ລະ​ລຳ​​ຂົນ​ສົ່ງ​ສິນຄ້າກ່ວາ 100 ​ໂຕນ. ປີ​ນີ້, ກອງ​ພົນ​ນ້ອຍ 146 ​ແລະ ​ເມືອງ ​ເຈື່ອງ​ຊາ ​ໄດ້​ນຳ​ວັດ​ຖຸ​ເຄື​່ອງຂອງ​ໄປ​ຍັງ​ໝູ່​ເກາະ​ເພື່ອ​ໃຫ້​ອ້າຍ​ນ້ອງ​ນັກຮົບ​ປະດັບ​ປະດາ​ເຮືອນ​ຊານ​ເພື່ອ​ຕ້ອນຮັບ​ປີ​ໃໝ່”

        ທ່ານ ຫງວຽນ​ວຽດທວນ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ​ເກາະ ​ເຈື່ອງ​ຊາ, ​ໃຫ້​ຮູ້​ວ່າ:

        “​​ຕ້ອນຮັບ​ປີ​ໃໝ່​ປະຈຳ​ຊາດປີວ​ອກ 2016, ທະຫານ ​ແລະ ປະຊາຊົນ​ໃນໝູ່​ເກາະ ​ເຈື່ອງ​ຊາ ມີຄວາມ​ເບີກ​ບານ​ມ່ວນ​ຊື່ນ​ທີ່​ສຸດ​ຍ້ອນ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ທົ່ວ​ປະ​ເທດ ​ເພື່ອສ້າງ​ທ່າ​ສະໜາມ​ປ້ອງ​ກັນ​ເຂດ​ໝູ່​ເກາະ​ທະ​ເລ​ໃຫ້​ໝັ້ນ​ແກ່ນ. ພິ​ເສດ, ​ໃນ​ໂອກາດ​ບຸນປີ​ປະຈຳ​ຊາດໃໝ່​ປີ​ນີ້, ທະຫານ ​ແລະ ປະຊາຊົນ​ໃນ​ເກາະ​ໄດ້​ຮັບ​ຂອງຂວັນ​ຫຼາຍ​ຢ່າງ​ຈາກ​ບັນດາ​ອົງການ, ສ່ວນບຸກຄົນ​​ໃນ​ທົ່ວ​ປະ​ເທດ. ນີ້​ແມ່ນ​ວຽກ​ງານ​ແທດ​ຈິງ, ​ເຕັມ​ໄປ​ດ້ວຍ​ນຳ້​ໃຈ​ຂອງ​ບ້ານ​ເກີ​ດ​ເມືອງ​ນອນທີ່​ມີ​ຕໍ່​ທະ​ເລ​ໝູ່​ເກາະ, ​​ເພື່ອ​ໄປ​ສູ່​ເຈື່ອງ​ຊາ.”

                                                               


ຂ່າວ/ບົດ​ອື່ນ