ສົ່ງອອກປາຈາ 30.000 ໂຕນ ໄປຍັງສະຫະພັນ ລັດເຊຍ

ສົ່ງອອກປາຈາ 30.000 ໂຕນ ໄປຍັງສະຫະພັນ ລັດເຊຍ - ảnh 1
ພາບປະກອບ

(vovworld) – ທ່ານ Duong Ngoc Minh, ຮອງ​ປະທານ​ສະຫະ​ສະມາຄົ​ມປຸງ​ແຕ່ງ ​ແລະ ສົ່ງ​ອອກ​ສິນ​ໃນ​ນ້ຳ​ຫວຽດນາມ ​ໃຫ້​ຮູ້​ວ່າ: ຄະນະ​ບໍລິຫານ​ການສົ່ງ​ອອກສິນ​ໃນ​ນ້ຳ​​ໄປ​ຍັງຕະຫຼາດ​ລັດ​ເຊຍ ຫາ​ກໍ​ເຊັນ​ສັນຍາ​ສົ່ງ​ອອກ​ປາຈາ 30.000 ​ໂຕນ ​ໄປຍັງ​ປະ​ເທດ​ນີ້ ​ນັບແຕ່​ນີ້​ຮອດ​ທ້າຍ​ປີ ດ້ວຍ​ມູນ​ຄ່າ​ປະມານ 60 ລ້ານ USD. ນອກ​ຈາກ​ນັ້ນ, ຝ່າ​ຍ ຫວຽດນາມ ກໍ​ຫາ​ກໍ​​ເຊັນ​ສັນຍາ​ສົ່ງ​ອອກ​ສິນ​ໃນ​ນ້ຳ ​ແຕ່​ນີ້​ຮອດ​ທ້າຍປີ 2013 ດ້ວຍ​ມູນ​ຄ່າ 300 ລ້ານ USD. ສັນຍາ​ສະບັບ​ນີ້​ລວມມີ​ປາຈາ, ກຸ້ງ, ປາ​ມື​ກ​..​.​ ​ເມື່ອ​ມີ​ຂ່າວ​​ໄດ້​ເຊັນ​ສັນຍາ​ສົ່ງ​ອອກ​ປາຈາ ​ໄປ​ຍັງສະຫະພັນ ລັດ​​ເຊຍ, ລາຄາ​ປາຈາ​ພາຍ​ໃນ​ປະ​ເທດ ​ໄດ້​ເພີ່ມ​ຂຶ້ນ​ນ້ອຍ​ໜຶ່ງ, ປະຈຸ​ບັນ​ພວມ​ມີ​ລາຄາ​ແຕ່ 22.000 – 22.500 ດົ່ງ/kg. ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ປະລິມານ​ປາຈາ​ໃນ​ໝູ່ປະຊາຊົນ​​ແມ່ນບໍ່​ຫຼາຍ, ​ສ່ວນ​ຫຼາຍ​ແມ່ນປາຈາ​ຂອງ​ວິ​ສາ​ຫະກິດ​ຮ່ວມ​ທຸລະ​ກິດກັບ​ປະຊາຊົນ​​ເພື່ອລ້ຽງ ຫຼື​ ລົງທຶນ​ລ້ຽງ​ເພື່ອ​ປຸງ​ແຕ່ງ.

ຂ່າວ/ບົດ​ອື່ນ