ສົ່ງ​ເສີມ ແລະ ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ລົງ​ທຶນເຂົ້າ​ຂົງ​ເຂດ​ກະ​ສິ​ກຳ

(VOVWORLD) - ຕອນເຊົ້າວັນທີ 6 ພະຈິກ, ທ່ານ ຫງວຽນຊວັນເກື່ອງ ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ເຊິ່ງແມ່ນສະມາຊິກລັດຖະບານຜູ້ທຳອິດທີ່ຕອບຄຳຊັກຖາມຢູ່ກອງປະຊຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດຫວຽດນາມຊຸດທີ XIV.

ສົ່ງ​ເສີມ ແລະ ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ລົງ​ທຶນເຂົ້າ​ຂົງ​ເຂດ​ກະ​ສິ​ກຳ - ảnh 1ທ່ານ ຫງວຽນຊວັນເກື່ອງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການພັດທະນາຊົນນະບົດ ຫວຽດນາມ 

(ພາບ: VGP)

 ເມື່ອຕອບຄຳຊັກຖາມຂອງທ່ານນາງຟ້າມທິທູຈາງ, ສະມາຊິກສະພາແຫ່ງຊາດ ແຂວງ ກ໋ວາງງາຍ, ກ່ຽວກັບການເສີມຂະຫຍາຍບົດບາດຂອງວິສາຫະກິດກໍ່ຄືບັນດາກົນໄກ, ນະໂຍບາຍດຶງດູງວິສາຫະກິດລົງທຶນເຂົ້າຂົງເຂດກະສິກຳ, ທ່ານ ຫງວຽນຊວັນເກື່ອງ ໃຫ້ຮູ້ວ່າ:

ຫວຽດນາມຖືວິສາຫະກິດພ້ອມກັບບັນດາສະຫະກອນແມ່ນແກ່ນສານໃນການຮ່ວມສຳພັນເພື່ອສ້າງການຜະລິດຂະໜາດໃຫຍ່. ພາຍຫຼັງປະກາດໃຊ້ມະຕິເລກທີ 57 ວ່າດ້ວຍການ ສົ່ງເສີມບັນດາວິສາຫະກິດລົງທຶນເຂົ້າຂົງເຂດກະສິກຳ, ຊາວກະສິກອນ ແລະ ຊົນນະບົດໄດ້ບັນດາແຂວງ, ນະຄອນ, ທ້ອງຖິ່ນຕ່າງໆກໍ່ໄດ້ຜັນຂະຫຍາຍ …ພຽງແຕ່ພາຍໃນ 3 ປີເທົ່ານັ້ນ, ຈາກຈຳນວນວິສາຫະກິດລົງທຶນໂດຍກົງເຂົ້າຂົງເຂດກະສິກຳໄດ້ເພີ່ມຂຶ້ນທົບ 3 ເທື່ອ. ຈຳນວນ ວິສາຫະກິດມີພຽງແຕ່ 3000 ແຫ່ງ, ປັດຈຸບັນໄດ້ເພີ່ມຂຶ້ນເຖິງເກືອບ 12 ພັນແຫ່ງ. ນີ້ແມ່ນຜົນສຳເລັດເບື້ອງຕົ້ນຂອງ ຫວຽດນາມ.

        ຕາມລາຍການ, ໃນຕອນບ່າຍ, ສະພາແຫ່ງຊາດຈະດຳເນີນການຊັກຖາມກຸ່ມບັນຫາທີ່ສອງ ຕໍ່ທ່ານ ເຈິ່ນຕວ໊ນແອັງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ.

ຕອບກັບ

ຂ່າວ/ບົດ​ອື່ນ