ສົ່ງ​ເສີມ​ການ​ຄ້າ​ຊຸກ​ຍູ້​ການ​ຮ່ວມ​ມື​ເສດ​ຖະ​ກິດ​ ຫວຽດ​ນາມ ແລະ ສ.ເຊັກ​ໂກ

(VOVWORLD) -ທ່ານ Borivoj Minar ຮອງປະທານຫ້ອງການການຄ້າ ເຊັນໂກ ໄດ້ສະແດງຄວາມປະທັບໃຈຕໍ່ການພັດທະນາເສດຖະກິດຢ່າງຂະຫຍັນຂັນເຄື່ອນຂອງ ຫວຽດນາມ, ຖືວ່າ ຫວຽດນາມແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດມີລະດັບການເຕີບໂຕສູງທີ່ສຸດໃນພາກພື້ນ
ສົ່ງ​ເສີມ​ການ​ຄ້າ​ຊຸກ​ຍູ້​ການ​ຮ່ວມ​ມື​ເສດ​ຖະ​ກິດ​ ຫວຽດ​ນາມ ແລະ ສ.ເຊັກ​ໂກ - ảnh 1

ໃນຊຸມປີຜ່ານມາ, ວົງເງິນການຄ້າສອງສົ້ນປະຈຳປີລະຫວ່າງ ຫວຽດນາມ ແລະ ສ.ເຊັກໂກລ້ວນແຕ່ເພີ່ມຂຶ້ນສູງ ແຕ່ຍັງບໍ່ທັນເໝາະສົມກັບຄວາມສາມາດບົ່ມຊ້ອນຂອງສອງປະເທດ (ພາບ: TTXVN)

ວັນທີ 28 ພະຈິກຢູ່ສູນການຄ້າ SaPa ທີ່ນະຄອນຫຼວງ Praha, ເຊັກໂກ, ຫ້ອງການການຄ້າ ສະຖານທູດ ຫວຽດນາມ ປະຈຳ ສ.ເຊັກໂກ ໄດ້ສົມທົບກັບກະຊວງອຸດສາຫະກຳ - ການຄ້າ ແລະ ຫ້ອງການ ການຄ້າ ເຊັກໂກ, ຈັດຕັ້ງການໂອ້ລົມສົນທະນາ “ສົ່ງເສີມການຄ້າ ແລະ ການລົງທຶນ ຫວຽດນາມ - ເຊັກໂກ” ເພື່ອແນໃສ່ໜູນຊ່ວຍວິສາຫະກິດສອງປະເທດຊອກຫາໂອກາດລົງທຶນ ແລະ ຮ່ວມມື ດຳເນີນທຸລະກິດ, ຊຸກຍູ້ການຮ່ວມມືເສດຖະກິດ - ການຄ້າສອງຝ່າຍ

        ກ່າວຄຳເຫັນທີ່ເຫດການ, ທ່ານ ຮ່ວາງກວກເວື້ອງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຂໍ້ສັງເກດວ່າ:

        ໃນຊຸມປີຈະມາເຖິງພວກເຮົາເຫັນວ່າ ມີຫຼາຍໂອກາດ, ເພື່ອໃຫ້ພວກເຮົາເພີ່ມວົງເງິນການຄ້າສົ່ງອອກ - ນຳເຂົ້າລະຫວ່າງສອງປະເທດ. ທີ 1 ແມ່ນສົນທິສັນຍາການຄ້າເສລີ ລະຫວ່າງ EU ແລະ ຫວຽດນາມ ເຊິ່ງໄດ້ລົງນາມໃນເດືອນ ມິຖຸນາ 2019 ແລະ ປັດຈຸບັນທັງສອງຝ່າຍ ໄດ້ຕັ້ງໜ້າຜັນຂະຫຍາຍວິວັດການໃຫ້ສັດຕະຍາບັນສົນທິສັນຍານີ້. ຖ້າຫາກວ່າ ບໍ່ມີການຜັນແປ ທີ່ໃຫຍ່ຫຼວງເກີດຂຶ້ນ ພວກເຮົາເຊື່ອໝັ້ນວ່າ ສົນທິສັນຍາການຄ້ານີ້ຈະມີຜົນສັກສິດໃນຕົ້ນປີ 2020, ແລະ ຫຼັງຈາກນັ້ນ ມັນຈະສ້າງໂອກາດທີ່ສະດວກໃຫ້ແກ່ວິສາຫະກິດ EU ກໍ່ຄື ຫວຽດນາມ, ໃນການຮ່ວມມືດຳເນີນທຸລະກິດ ລົງທຶນນຳກັນ.

        ສ່ວນທ່ານ Borivoj Minar ຮອງປະທານຫ້ອງການການຄ້າ ເຊັນໂກ ໄດ້ສະແດງຄວາມປະທັບໃຈຕໍ່ການພັດທະນາເສດຖະກິດຢ່າງຂະຫຍັນຂັນເຄື່ອນຂອງ ຫວຽດນາມ, ຖືວ່າ ຫວຽດນາມແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດມີລະດັບການເຕີບໂຕສູງທີ່ສຸດໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ