ສົ່ງເສີມການຄ້າແລະການລົງທຶນຫວຽດນາມ-ອານເຊຣີຢູ່ Biskra

(VOVWORLD) -ວັນທີ 05 ຕຸລາ, ຢູ່ແຂວງ Biskra, ອົງການການຄ້າສະຖານທູດຫວຽດນາມ ປະຈຳອານເຊຣີ ໄດ້ສົມທົບກັບຫ້ອງການການຄ້າ ແລະ ອຸດສາຫະກຳ Ziban (Biskra)

ສົ່ງເສີມການຄ້າແລະການລົງທຶນຫວຽດນາມ-ອານເຊຣີຢູ່ Biskra - ảnh 1 ລາຍການສົ່ງເສີມການຄ້າ ແລະ ການລົງທຶນຫວຽດນາມ - ອານເຊຣີ

(ພາບ: vietnamplus.vn)

ຈັດລາຍການສົ່ງເສີມການຄ້າ ແລະ ການລົງທຶນຫວຽດນາມ - ອານເຊຣີ ຢູ່ Biskra ດ້ວຍການເຂົ້າຮ່ວມຂອງກວ່າ 50 ວິສາຫະກິດຂອງທ້ອງຖິ່ນໃນບັນດາຂົງເຂດຜະລິດ, ດຳເນີນທຸລະກິດທີ່ແຕກຕ່າງກັນຄື: ເຂົ້າສານ, ເຄື່ອງດື່ມ, ວັດສະດຸກໍ່ສ້າງ, ເຄື່ອງກົນຈັກ ແລະ ການທ່ອງທ່ຽວ.

        ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທີ່ປຶກສາດ້ານການຄ້າຫວຽດນາມ ປະຈຳອານເຊຣີ ຮ່ວາງດຶກຍ້ວນ ໄດ້ແນະນຳກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າແຮງດ້ານເສດຖະກິດຫວຽດນາມ ເຖິງປະຊາຄົມວິສາຫະກິດທ້ອງຖິ່ນ, ພິເສດແມ່ນບັນດາຂົງເຂດສົ່ງອອກທີ່ມີທ່າແຮງຕົ້ນຕໍ່ຂອງຫວຽດນາມ ຄື: ສິນໃນນ້ຳ, ເຄື່ອງຕ່ຳແຜ່ນຕັດຫຍິບ ແລະ ເກີບໜັງ, ຜະລິດຕະພັນກະເສດ, ການທ່ອງທ່ຽວ… ທ່ານ ຫງວຽນດຶກຍ້ວນ ກໍ່ຮຽກຮ້ອງໃຫ້ບັນດາວິສາຫະກິດ Biskra ເຂົ້າຮ່ວມບັນດາງານຕະຫຼາດນັດ - ງານວາງສະແດງເຊິ່ງຈະດຳເນີນໃນງວດທີ 4 ປີ 2017 ເພື່ອຊອກຫາກາລະໂອກາດຮ່ວມມືລົງທຶນຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ