ສົ່ງເສີມວິສາຫະກິດສິນໃນນ້ຳພັດທະນາຕະຫລາດພາຍໃນປະເທດ

(VOVWORLD) - ຕອນບ່າຍວັນທີ 07 ຕຸລາ, ທີ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີງຢຸງ ໄດ້ເຂົ້າຮ່ວມ ແລະ ຢ້ຽມຢາມບັນດາຮ້ານວາງສະແດງຢູ່ງານຕະຫລາດນັດປາຈາ ແລະ ບັນດາຜະລິດຕະພັນສິນໃນນ້ຳ ຫວຽດນາມ,
ສົ່ງເສີມວິສາຫະກິດສິນໃນນ້ຳພັດທະນາຕະຫລາດພາຍໃນປະເທດ - ảnh 1ທ່ານ ຈິ້ງດີງຢຸງ ໄດ້ເຂົ້າຮ່ວມ ແລະ ຢ້ຽມຢາມບັນດາຮ້ານວາງສະແດງ 

ໂດຍກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຈັດຕັ້ງຢູ່ສູນວາງສະແດງກະສິກຳ ຫວຽດນາມ ແຕ່ວັນທີ 6 – 8 ຕຸລາ 2017. ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢຸງ ຮັບຮູ້ວ່າ ເລື່ອງບັນດາວິສາຫະກິດ ໄດ້ກະກຽມເຂົ້າຮ່ວມງານຕະຫລາດນັດຢ່າງລະອຽດ ກໍ່ຄືເລື່ອງພ້ອມແລ້ວທີ່ຈະເປີດກ້ວາງການຈຳໜ່າຍຜະລິດຕະພັນປາຈາຢູ່ຕະຫລາດພາກເໜືອ. ທ່ານຮອງນາຍົກລັດຖະມົນຕີໃຫ້ຮູ້ວ່າ: ລັດຖະບານພວມສຸມໃສ່ຊີ້ນຳສ້າງໂຄງປະກອບການຜະລິດກະສິກຳຄືນໃໝ່ ຕິດພັນກັບການຜະລິດກັບຕະຫລາດ. ເນື່ອງໃນໂອກາດນີ້ ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢຸງ ສະເໜີບັນດາວິສາຫະກິດ ຄວນສືບຕໍ່ຍູ້ແຮງການໝູນໃຊ້ວິທະຍາສາດເຕັກໂນໂລຊີໃນການຜະລິດ, ການປຸງແຕ່ງ; ຄົ້ນຄວ້າໃຫ້ລະອຽດ ເພື່ອເປີດກ້ວາງຕະຫລາດຈຳໜ່າຍ, ພ້ອມທັງ ຍູ້ແຮງບັນດາການເຄື່ອນໄຫວໂຄສະນາ, ແນະນຳຜະລິດຕະພັນ.

ຕອບກັບ

ຂ່າວ/ບົດ​ອື່ນ