ສູ້ຊົນບັນລຸຄາດໝາຍGDPເພີ່ມຂຶ້ນແຕ່6,3-6,5%

ສູ້ຊົນບັນລຸຄາດໝາຍGDPເພີ່ມຂຶ້ນແຕ່6,3-6,5% - ảnh 1
ຫົວໜ້າກຳມາທິການເສດຖະກິດ ຫວູຮົ່ງແທງ
(ພາບ: VPQH)

(vovworld) – ​ ຕອນ​ເຊົ້າ​ວັນ​ທີ 17/10 ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ສືບ​ຕໍ່ລາຍການ​ວາລະ​ປະຊຸມ​ທີ 4, ປະກອບ​ຄຳ​ເຫັນ​ໃສ່​ບັນດາ​ບົດ​ລາຍ​ງານ​ຂອງ​ລັດຖະບານ​ກ່ຽວ​ກັບ​ໝາກຜົນ​ແຫ່ງ​ການປະຕິບັດ​ແຜນ​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ງົບປະມານ​ແຫ່ງ​ລັດ​ປີ 2016; ​ແຜນ​ພັດທະນາ​ປີ 2017; ບົດ​ລາຍ​ງານ​ຂອງ​ລັດຖະບານ​ໃຫ້​ຮູ້​ວ່າ ​ໃນ 13 ຕົວ​ເລກ​ຄາດໝາຍ​ແຜນ​ພັດທະນາ​ເສດຖະກິດ​ສັງຄົມ​ທີ່​ໄດ້​ວາງ​ອອກ​ໃນ​ປີ 2016, ຄາດ​ຄະ​ເນ​ໃນ​ການ​ປະຕິບັດ​ມີ 11 ຕົວ​ເລກ​ຄາດໝາຍ ບັນລຸ ​ແລະ ​ລື່ນ​​ແຜນການ. ຜູ້ຕາງໜ້າ​ອົງການ​ກວດກາ - ກຳມະການ​ເສດຖະກິດ​ຖື​ວ່າ: ​ເພື່ອ​ບັນລຸ​ໄດ້​ລະດັບ​ເຕີບ​ໂຕ GDP 6,3 – 6,5% ລະດັບ​ເພີ່ມ​ຂຶ້ນ​ຂອງ  GDP ງວດ 4 ຕ້ອງ​ສູງ​ກ່ວາ​ບັນດາງວດ​ກ່ອນ​ຫລາຍ ​ເພາະ​ຄິດໄລ່​ລວມ​ໃນ 9 ​ເດືອນ​ຜ່ານ​ມາ​ ຄາດ​ຄະ​ເນວ່າ GDP ​ເພີ່ມ​ຂຶ້ນ​ 5,93%.

        ກໍ່ຕາມ​ບົດ​ລາຍ​ງານ​ຂອງ​ລັດຖະບານ, ລາຍ​ຈ່າຍ​ເກີນ​ດຸນ​ງົບປະມານ​ແຫ່ງ​ລັດ​ໃນ​ປີ​ນີ້​ຄາດ​ວ່າ​ບັນລຸ 254 ພັນ​ຕື້​ດົ່ງ ​ເທົ່າ​ກັບ​ຈຳນວນທີ່​ສະພາ​ແຫ່ງ​ຊາດ​ໄດ້​ກຳນົດ. ກຳມາ​ທິການ​ການ​ເງິນ​ງົບປະມານ​ສະ​ເໜີ​ລັດຖະບານ ກວດກາ, ລາຍ​ງານ​ສະພາບ​​ໜີ້ສາທາລະນະຢ່າງ​ຄົບ​ຖ້ວນ ​ເພື່ອ​ໃຫ້​​ເປັນ​ເຈົ້າ​ການມີມາດ​ຕະການ​ບໍລິຫານສ້າງ​ຄວາມ​ສົມ​ດຸ່ນ ງົບປະມານ​ແຫ່ງ​ລັດ​ຢ່າງທັນ​ເວລາ. ​ໃນ​ກໍລະນີຂາດ​ດຸ່ນ​ງົບປະມານ​ແຫ່ງ​ລັດຂາດ​ດຸ່ນ, ສະ​ເໜີ​ໃຫ້​ຫລຸດຜ່ອນ​​ລາຍ​ຈ່າ​ຍ ​ທຽບ​ເທົ່າ ​ເພື່ອ​ ຫລຸດຜ່ອນລາຍ​ຈ່າຍ​ເກີນ​ດຸ່ນ, ຮັບປະກັນ​ໜີ້​ສາທາລະນະ​​ຢູ່​ໃນ​ອັດ​ຕ່​ໄດ້​ຮັບການ​ອະນຸຍາດ.

 

ຂ່າວ/ບົດ​ອື່ນ