ສູ້ຊົນສ້າງສະຖາບັນສານກາຍເປັນສູນບຳລຸງທີ່ມີຄຸນນະພາບສູງ

ສູ້ຊົນສ້າງສະຖາບັນສານກາຍເປັນສູນບຳລຸງທີ່ມີຄຸນນະພາບສູງ - ảnh 1
ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ​ໄດ້​ເຂົ້າ​ຮ່ວມ ​
ແລະ ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​ສົກຮຽນ​ໃໝ່ 2016 – 2017

(vovworld) - ວັນ​ທີ​ 06/12 ທີ່​ຮ່າ​ໂນ​້ຍ ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ​ໄດ້​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​ສົກຮຽນ​ໃໝ່ 2016 – 2017 ຂອງ​ສະ​ຖາ​ບັນສານ (ສານ​ປະຊາຊົນ​ສູງ​ສຸດ). ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ສະ​ເໜີ​ສະ​ຖາ​ບັນ​ສານ​ສຸມ​ໃສ່​ຄົ້ນ​ຄວ້າ, ສ້າງ​​ໂຄງການ, ​ເນື້ອ​ໃນ, ວິທີການ​ສິດສອນ ​ແລະ ຮ່ຳຮຽນ​ຕາມ​ທິດ​ທັນ​ສະ​ໄໝ, ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຮ່ຳຮຽນ​ຄວາມ​ຮູ້ພື້ນຖານຕິດ​ພັນກັບ​ການ​ບຳລຸງ​ທັກ​ສະການ​ນຳ​ໃຊ້, ການ​ປະຕິບັ​ດ​ເຂົ້າສູ່ລວງ​​ເລິກ; ທ່ານປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ຮຽກຮ້ອງ​ສະ​ຖາ​ບັນ​ສານ ຍູ​້​ແຮງ​ວຽກ​ງານ​ຄົ້ນຄວ້າ​ວິທະຍາສາດ​ໃນ​ໝູ່​ພະນັກງານ, ຄູ​ອາຈານ, ນັກຮຽນ​ນັກ​ສຶກສາ, ສູ້​ຊົນ​ສ້າງ​ໂຮ​ງຮຽນ​​ໃຫ້​ກາຍ​ເປັນ​ສູນ​ບຳລຸງ​ຕຸລາການ ​ແລະ ຄົ້ນ​ຄວ້າ​ວິທະຍາສາດ​ທີ່​ມີ​ຄຸນ​ນະພາ​ບສູງ; ​ເປີດ​ກ້ວາງ​ການ​ພົວພັນ​ຮ່ວມ​ມື​ສາກົນ​ກັບ​ບັນດາ​ມະຫາ​ວິທະຍາ​ໄລ​, ບັນດາ​ສູນ​ຄົ້ນຄວ້າ​ກ່ຽວ​ກັບ​ວິຊາ​ສະ​ເພາະ​ສານ​​ໃຫ້ມີ​ອິ​​ດທິພົນຊື່​ສຽງ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

        ທ່ານປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ໃສ່​ໃຈ​ວ່າ ສະ​ຖາ​ບັນ​ສານ​ຄວນ​ສຸມ​ໃສ່​ບູລະ​ນະ​ການຈັດ​ຕັ້ງ, ​ເອົາ​ໃຈ​ໃສ່​ບຳລຸງ​ສ້າງ, ພັດທະນາ​ຖັນ​ແຖວ​ພະນັກງານ, ຄູ​ອາຈານ; ກໍ່ສ້າງ ​ແລະ ປະຕິບັດ​ຍຸດ​ທະ​ສາດ​ກຳ​ນົດ​ແຜນ​ບ​ຳລຸງ​ສ້າງ, ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ໃຫ້​ມີ​ຄຸນ​ນະພາ​ບສູງ​ເປັນ​ຢ່າ​ງດີ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ ສ້າງ​ພື້ນຖານ​ຄຸ​ລາ​ການ​ໃຫ້​ປອດ​ໄສ, ​ເຂັ້ມ​ແຂງ, ປະຊາທິປະ​ໄຕ, ​ເຂັ້ມ​ງວດ, ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ.

ຂ່າວ/ບົດ​ອື່ນ