ສູ້ຊົນເຕີບໂຕເສດຖະກິດບັນລຸ6,3%-6,5%

ສູ້ຊົນເຕີບໂຕເສດຖະກິດບັນລຸ6,3%-6,5% - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມ

(vovworld) –  ຕອນ​ເຊົ້າ​ວັນ​ທີ 3/10, ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເປັນ​ປະທານ​ກອງ​ປະຊຸມ​ປະຈຳ​ເດືອນ 9 ຂອງ​ລັດຖະບານ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນຕ່າງໆ ມານະ​ພະຍາຍາມ​ເພື່ອ​ບັນລຸ​ຄາ​ດໝາຍ​ເຕີບ​​ໂຕ​ເສດຖະກິດ​ທັງ​ປີ​ແຕ່ 6,3% - 6,5%. ​ເມື່ອ​ຕີ​ລາຄາ​ສະພາບ​ການດ້ານ​ເສດຖະກິດ​ເດືອນ 9 ​ແລະ 9 ​ເດືອນ​ຜ່ານ​ມາ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຮັບ​ຮູ້​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຄວາມ​ດຸ່ນດ່ຽງ​ໃຫຍ່​ຂອງ​ພື້ນຖານ​ເສດຖະກິດ​ໄດ​້ຮັບ​ກາ​ນຮັກສາ, ​ໄພ​ເງິນ​ເຟີ້​ຢູ່​ໃນ​ລະດັບ​ຕຳ່, ການ​ເຕີບ​ໂຕສືບ​ຕໍ່ຢູ່​ໃນ​ທ່າ​ຟື້ນ​ຟູ, ​ໄຕ​ມາດ​ນີ້ສູງ​ກ່ວາ​ໄຕ​ມາດກ່ອນ.

        ​ເຖິງ​ວ່າ​​ເສດຖະກິດໃນ 9 ​ເດືອນ​ບັນລຸ​ໄດ້​ຫຼາຍ​ສັນຍາ​ນຕັ້ງໜ້າ, ​ແຕ່​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຖື​ວ່າ: ການ​ເຕີບ​ໂຕ​ເສດຖະກິດຫາ​ກໍ່​ບັນ​ລຸ​ພຽງ 5,92% ​​ແມ່ນ​ຕຳ່​ກ່ວາ​​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ​ເພື່ອ​ບັນລຸ​ໄດ້​ຄາດໝາຍ​ເຕີບ​ໂຕ​ເສດຖະກິດທັງ​ປີ 2016 ​ແມ່ນ​ແຕ່ 6,3% - 6,5%, ການ​ເຕີບ​ໂຕ​ໃນ​ໄຕ​ມາດ​ທີ 4 ຕ້ອງ​ບັນລຸ 7,1% ຫາ 7,3%. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຖື​ວ່າ: ລັດຖະບານ, ບັນດາຂະ​ແໜງ​ການ, ບັນດາ​ຂັ້ນ, ປະຊາ​ຄົມ​ວິ​ສາ​ຫະກິດ ​ແລະ ປະຊາ​ຊົນ​ຕ້ອງ​ຕັດ​ສິນ​ໃຈ​ສູງ ​ແລະ ມີ​ບັນດາ​ມາດ​ຕະການ​ລະອຽດ:

        “ທັງກົງຈັກ​ອຳ​ນາດ​ການ​ປົກຄອງ​ຕ້ອງ​ເຄື່ອນ​ໄຫວ, ສ້າງ​ທຸກ​ເງື່ອນ​ໄຂ, ​ແກ້​ໄຂ​ທຸ​ກໆ​ຮົ້ວ​ຂີດ​ຂວາງ​ໃຫ້​ແກ່​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ຂອງ​ປະຊາຊົນ ​ແລະ ວິ​ສາ​ຫະກິດ. ຂ້າພະ​ເຈົ້າ​ເນັ້ນ​ໜັກ​ວ່າ, ບໍ່ພຽງ​ແຕ່​ມີ​ຄວາມຕັດສິນ​ໃຈ​ເທົ່າ​ນັ້ນ ຫາກ​ຍັງ​ຕ້ອງ​ມີ​ມາດ​ຕະການ​ລະອຽດ​ເພື່ອ​ບັນລຸ​ໄດ້​ຄາດໝາຍ​ແຕ່ 6,3% ຫາ 6,5%. ທະນາຄານ​ພັດທະນາ ອາຊີ (ADB) ​ເວົ້າ​ວ່າ ຫວຽດນາມ ບັນລຸ​ການ​ເຕີບ​ໂຕ 6% ​ໃນ​ປີ​ນີ້​ແມ່ນ​ຍ້ອນສາຍ​ເຫດ​ພາວະ​ວິ​ໄສ​ຄື​ສະພາບ​​ເກີດ​ມີປາ​ຕາຍ​ຢູ່​ພາກ​ກາງ, ​ໄພ​ແຫ້ງ​ແລ້ງ, ພາຍຸນຳ້​ຖ້ວມ, ການ​ຂຸດ​ຄົ້ນ​ແຮ່​ທາດ​ຫລຸດ​ລົງ. ຫວຽດນາມ ຕ້ອງ​ເດັດ​ດ່ຽວ​ລື່ນ​ກາຍ​ລະດັບ​ທີ່ ADB ​ໄດ້​ສັງ​ເກດ.”


ຂ່າວ/ບົດ​ອື່ນ