ສູນ​ກາງຄະ​ນະ​ຊາວ​ໜຸ່ມ ຍູ້​ແຮງ​ການ​ຮ່ວມ​ມື​ກັບ​ອົງ​ການ​ອະ​ນາ​ໄມ​ໂລກ ຢູ່ ຫວຽດ​ນາມ

(VOVWORLD) -ທ່ານ ຫງວຽນແອັງຕວັນ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ WHO ປະຈຳຫວຽດນາມ ແລະ ອົງການ ສປຊ ທີ່ມີການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ, ຮ່ວມເດີນທາງ ພ້ອມກັບອົງການຊາວໜຸ່ມ, ສະມາຄົມຕ່າງໆໃນບັນດາໂຄງການຕ່າງໆ
ສູນ​ກາງຄະ​ນະ​ຊາວ​ໜຸ່ມ ຍູ້​ແຮງ​ການ​ຮ່ວມ​ມື​ກັບ​ອົງ​ການ​ອະ​ນາ​ໄມ​ໂລກ ຢູ່ ຫວຽດ​ນາມ - ảnh 1ທ່ານ ເລຂາຜູ້ທີໜຶ່ງຂອງສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຫງວຽນແອັງຕວັນ ໃຫ້ການຕ້ອນຮັບທ່ານ Kidong Park ຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳ ຫວຽດນາມ

ວັນທີ 5 ກຸມພາ, ຢູ່ຮ່າໂນ້ຍ, ທ່ານ ເລຂາຜູ້ທີໜຶ່ງຂອງສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ປະທານສູນກາງສະຫະພັນ ຊາວໜຸ່ມ ຫວຽດນາມ ຫງວຽນແອັງຕວັນ ໄດ້ໃຫ້ການຕ້ອນຮັບທ່ານ Kidong Park ຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳ ຫວຽດນາມ. ທີ່ການຕ້ອນຮັບ, ສອງຝ່າຍໄດ້ເຫັນດີເປັນເອກະພາບ ຍູ້ແຮງການເຄື່ອນໄຫວ ເບິ່ງແຍງສຸຂະພາບກ່ອນການສົມລົດໃຫ້ແກ່ຊາວໜຸ່ມ, ສຸຂະພາບຂອງແມ່ແລະເດັກ, ການເຄື່ອນໄຫວຫຼຸດຜ່ອນການບໍລິໂພກ ເຫຼົ້າ, ເບຍ ແລະ ຢາສູບ.

ທ່ານ ຫງວຽນແອັງຕວັນ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ WHO ປະຈຳຫວຽດນາມ ແລະ ອົງການ ສປຊ ທີ່ມີການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ, ຮ່ວມເດີນທາງ ພ້ອມກັບອົງການຊາວໜຸ່ມ, ສະມາຄົມຕ່າງໆໃນບັນດາໂຄງການຕ່າງໆ, ພິເສດແມ່ນ ບັນດາການເຄື່ອນໄຫວໜູນຊ່ວຍສະມາຄົມທ່ານໝໍໜຸ່ມ ຫວຽດນາມ ເຂົ້າຮ່ວມການປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ - 19… ໃນໄລຍະທີ່ຜ່ານມາ.

ສ່ວນທ່ານ Kidong Park ໄດ້ສະເໜີ ສົມທົບກັນກໍ່ສ້າງຊັບພະຍາກອນມະນຸດ ໃຫ້ແກ່ລະບົບຄະນະຊາວໜຸ່ມ ແລະ ສະມາຄົມ ທ່ານໝໍໜຸ່ມ ຫວຽດນາມ ໃນຂົງເຂດສຸຂະພາບທົ່ວໂລກ ຍ້ອນວ່າ ຫວຽດນາມ ນັບມື້ນັບມີສ່ວນກ່ຽວຂ້ອງບັນດານະໂຍບາຍສາກົນຫຼາຍກ່ວາອີກ, ຜັນຂະຫຍາຍບັ້ນເຄື່ອນໄຫວບໍ່ສູບຢາ.

ຕອບກັບ

ຂ່າວ/ບົດ​ອື່ນ