ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ພົບປະແລກປ່ຽນກັບບັນດາສະມາຊິກທິມຊາດບານເຕະ U23 ຫວຽດນາມ

(VOVWORLD) - ເພື່ອຮັບຮູ້ບັນດາຜົນງານພິເສດຂອງທິມຊາດບານເຕະຊາຍ U23 ຫວຽດນາມ ໃນການແຂ່ງຂັນຊິງຊະນະເລີດ U23 ອາຊີ 2018, 
 
ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ພົບປະແລກປ່ຽນກັບບັນດາສະມາຊິກທິມຊາດບານເຕະ U23 ຫວຽດນາມ - ảnh 1 ການໂອ້ລົມອອນລາຍກັບຜູ້ນິຍົມບານເຕະ

ຕອນເຊົ້າວັນທີ 29 ມັງກອນ, ກອງທຶນໜູນຊ່ວຍຜູ້ເກັ່ງກ້າສາມາດໜຸ່ມ ຫວຽດນາມ, ໜັງສືພິມ ຕຽນຟອງ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຈັດຕັ້ງພິທີມອບລາງວັນໃຫ້ທິມຊາດບານເຕະຊາຍ U23 ຫວຽດນາມ ແລະ ຈັດງານພົບປະແລກປ່ຽນອອນລາຍລະຫວ່າງສະມາຊິກທິມຊາດບານເຕະ U23 ຫວຽດນາມ ບາງຄົນ ກັບແຟນບານ ຫວຽດນາມ.

        ສູນກາງຄະນະຊາວໜຸ່ມໄດ້ປະດັບຫຼຽນກາລະນຶກເພື່ອລຸ້ນໜຸ່ມ ຫວຽດນາມ ໃຫ້ຄູຝຶກເອກ Park Hang-seo ແລະ ບັນດາສະມາຊິກໃນຄະນະຄູຝຶກ; ມອບໃບຍ້ອງຍໍໃຫ້ບັນດານັກເຕະບານຂອງທິມຊາດບານແຕະ U23 ຫວຽດນາມ. ພ້ອມກັນນັ້ນ, ກອງທຶນໜູນຊ່ວຍຜູ້ເກັ່ງກ້າສາມາດໜຸ່ມ ຫວຽດນາມ ກໍ່ໄດ້ມອບຈຳນວນເງິນ 500 ລ້ານດົ່ງໃຫ້ທິມຊາດບານເຕະ U23 ຫວຽດນາມ.

        ທີ່ພິທີມອບລາງວັນ, ສະມາຊິກທິມຊາດບານເຕະ U23 ຫວຽດນາມ ບາງຄົນ ຄື: ຫງວຽນກວາງຫາຍ, ດ່ວານວັນເຮົ້າ, ບູຍຕຽນຢຸງ…ໄດ້ໂອ້ລົມອອນລາຍກັບຜູ້ນິຍົມບານເຕະ.

ຕອບກັບ

ຂ່າວ/ບົດ​ອື່ນ