ສູ​ນ​ກາງ​ຊາວ​ໜຸ່ມ​ຄອມ​ມູ​ນິດ ໂຮ່​ຈີ​ມິນ ນຳ​ເອົາ​ບັນ​ຍາ​ກາດ​ບຸນ​ເຕັດ ໄປ​ສູ່​ 2 ເມືອງ​ຊາຍ​ແດນ ແຂວງ ກອນ​ຕຸມ

(VOVWORLD) - ເພື່ອຈັດຕັ້ງຜັນຂະຫຍາຍບັນດາການເຄື່ອນໄຫວເບິ່ງແຍງດູແລການຕ້ອນຮັບບຸນເຕັດໃຫ້ແກ່ຊາວໜຸ່ມກຳມະກອນ, ຜູ້ອອກແຮງງານ ແລະ ພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍທີ່ທຸກຍາກ, ວັນທີ 25 ມັງກອນ, ສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ໄດ້ສົມທົບກັບ ຄະນະຊາວໜຸ່ມແຂວງ ກອນຕຸມ ຈັດລາຍການ “ຕ້ອນຮັບລະດູບານໃໝ່ຢູ່ເຂດຊາຍແດນ - ບຸນເຕັດຢູ່ເຂດທະເລໝູ່ເກາະ” ຢູ່ 2 ເມືອງຊາຍແດນ ເອຍ ເຮີຣາຍ ແລະ ຊາໄທ່.

ສູ​ນ​ກາງ​ຊາວ​ໜຸ່ມ​ຄອມ​ມູ​ນິດ ໂຮ່​ຈີ​ມິນ ນຳ​ເອົາ​ບັນ​ຍາ​ກາດ​ບຸນ​ເຕັດ ໄປ​ສູ່​ 2 ເມືອງ​ຊາຍ​ແດນ ແຂວງ ກອນ​ຕຸມ - ảnh 1ທ່ານ ໂງວັນເກືອງ, ເລຂາສູນກາງຊາວໜຸ່ມ, ປະທານຄະນະກຳມະການກວດກາສູນກາງຊາວໜຸ່ມ  ມອບທຶນການສຶກສາໃຫ້ນ້ອງໆ (ພາບ: VOV)

ຢູ່ເມືອງຊາຍແດນ ເອຍ ເຮີຢຣາຍ, ແຂວງ ກອນຕຸມ, ຄະນະເລຂາສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ໄດ້ມອບຮູບແບບທໍາມາຫາກິນລ້ຽງຊີບ ທີ່ມີມູນຄ່າ 2 ຕື້ດົ່ງ (ປະມານ 81.200 USD) ໜູນຊ່ວຍທຶນບູລິມະສິດເພື່ອໃຫ້ສະມາຊິກຊາວໜຸ່ມ, ຊາວໜຸ່ມຢູ່ທ້ອງຖິ່ນພັດທະນາເສດຖະກິດ; ມອບທຶນການສຶກສາໃຫ້ນັກຮຽນທຸກຍາກ ແຕ່ຮຽນເກັ່ງ 20 ຄົນ; ມອບຂອງຂວັນ 30 ພູດ ໃຫ້ກຳມະກອນບໍລິສັດຢາງພາລາ ຈຶມໍໄຣ ແລະ ບໍລິສັດຫຸ້ນສ່ວນຢາງພາລາ ຊາໄທ່. ທ່ານ ໂງວັນເກືອງ, ເລຂາສູນກາງຊາວໜຸ່ມ, ປະທານຄະນະກຳມະການກວດກາສູນກາງຊາວໜຸ່ມ ໃຫ້ຮູ້ວ່າ:

        “ການຈັດບັນດາການເຄື່ອນໄຫວນີ້ ກໍເພື່ອແນໃສ່ຊ່ວຍເຫຼືອຊາວຜູ້ອອກແຮງງນ, ຊາວໜຸ່ມກຳມະກອນ, ຜູ້ທີ່ປະສົບກັບຄວາມຫຍຸ້ງຍາກ ໄດ້ມີໂອກາດເພື່ອກັບເມືອບ້ານເກີດຕອ້ນຮັບບຸນເຕັດພ້ອມກັບຄອບຄົວຢ່າງອົບອຸ່ນກວ່າ. ພ້ອມດຽວກັນນັ້ນ, ກໍ່ຊ່ວຍໃຫ້ເຂົາເຈົ້າ ມີກຳລັງໃຈເຮັດວຽກໄດ້ດີກວ່າ.”

ສູ​ນ​ກາງ​ຊາວ​ໜຸ່ມ​ຄອມ​ມູ​ນິດ ໂຮ່​ຈີ​ມິນ ນຳ​ເອົາ​ບັນ​ຍາ​ກາດ​ບຸນ​ເຕັດ ໄປ​ສູ່​ 2 ເມືອງ​ຊາຍ​ແດນ ແຂວງ ກອນ​ຕຸມ - ảnh 2ສູນກາງຊາວໜຸ່ມມອບຂອງຂວັນໃຫ້ແກ່ກຳມະກອນ ຢູ່ເມືອງຊາຍແດນ ເອຍ ເຮີຢຣາຍ, ແຂວງ ກອນຕຸມ (ພາບ: VOV)

        ຢູ່ຕາແສງ ໂມຣາຍ, ເມືອງ ຊາໄທ່, ຄະນະເລຂາສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ກໍໄດ້ມອບຂອງຂວັນ 20 ພູດໃຫ້ແກ່ຜູ້ມີອິດທິພົນຊື່ສຽງໃນໝູ່ປະຊາຊົນຊາວເຜົ່າສ່ວນໜ້ອຍ; ມອບຄອມພິວເຕີ 2 ຊຸດ ແລະ ລຳໂພງເຄື່ອນທີ່ ໃຫ້ແກ່ຄະນະຊາວໜຸ່ມຕາແສງ ໂມຣາຍ.

        ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຫວຽດນາມ, ຄະນະເລຂາສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ພ້ອມກັບຄະນະຊາວໜຸ່ມແຂວງ ກອນຕຸມ ກໍໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃໝ່, ໃຫ້ກຳລັງໃຈ, ມອບຂອງຂວັນໃຫ້ພະນັກງານ, ນັກຮົບຕຳຫຼວດ ຕາແສງ ເອຍຢອມ ແລະ ຄ້າຍທະຫານປ້ອງກັນຊາຍແດນ ເອຍຢອມ, ເມືອງ ເອຍ ເຮີຢຣາຍ.

ຕອບກັບ

ຂ່າວ/ບົດ​ອື່ນ