ສູນກາງສະມາຄົມຊາວກະສິກອນຫວຽດນາມ ຄັດຄ້ານຈີນ ຕັ້ງຮ້ານເຈາະນ້ຳມັນຢ່າງຜິດກົດໝາຍໃນເຂດເສດຖະກິດຈຳເພາະຂອງຫວຽດນ

ສູນກາງສະມາຄົມຊາວກະສິກອນຫວຽດນາມ ຄັດຄ້ານຈີນ ຕັ້ງຮ້ານເຈາະນ້ຳມັນຢ່າງຜິດກົດໝາຍໃນເຂດເສດຖະກິດຈຳເພາະຂອງຫວຽດນ - ảnh 1
ສູນ​ກາງ​ສະມາຄົມ​ຊາວ​ກະສິກອນຫວຽດນາມ ຄັດຄ້ານ​ຈີນ
ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ​ຂອງ​ຫວຽດນາມ
(ພາບ: qdnd.vn)

(vovworld) – ​ໃນ​ຖະ​ແຫຼ​ງການ​ລົງວັນ​ທີ 02/06, ສະມາຄົມ​ຊາວກະສິກອນ​ຫວຽດນາມ ຊີ້​ແຈ້ງວ່າ: ການ​ກະທຳ​ຂອງ​ຈີນ ​ໄດ້​ລະ​ເມີດ​ອະທິປະ​ໄຕ, ສິດ​ອະທິປະ​ໄຕ ​ແລ​ະ ສິດ​ອຳນາດ​ສານ​ສຳລັບ​ໄຫຼ່​ທະວີ​ບ ​ແລະ ​ເຂດ​ເສດຖະກິດ​ຈຳ​ເພາະ​ຂ​ອງຫວຽດນາມ, ​ແມ່ນ​ການລະ​ເມີດກົດໝາຍ​ສາກົນ, ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982, ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ​​ເຊິ່ງ ຈີນ ​ແມ່ນ​ຝ່າ​ຍໜຶ່ງທີ່ໄດ້​ລົງ​ນາມ. ການ​ກະທຳ​ທີ່​ອັນຕະລາຍ​ຢ່າງຮ້າຍ​ແຮງດັ່ງກ່າວ​ໄດ້ ​ແລະ ພວມ​ນາບ​ຂູ່​ເຖິງ​ຊີວິດ​ຂອງ​ຊາວ​ປະມົງ​ຫວຽດນາມ, ​ໄປ​ຝືນ​ກັບບັນ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ລະຫວ່າງການ​ນຳ​ຂັ້ນ​ສູງ 2 ຝ່າຍ. ​ສະມາຄົມ​ຊາວກະສິກອນ​ຫວຽດນາມ ຄັດຄ້ານ​ຢ່າງ​ຮຸນແ​ຮງບັນດາ​ການ​ກະທຳ​ຜິດພາດ, ເປັນອັນຕະລາຍ​ດັ່ງກ່າວ​ຂອງ​ຈີນ ​ແລະ ຮຽກຮ້ອງ​ຈີນ ຈົ່ງຖອນ​ຮ້ານ​ເຈາະ​ນ້ຳມັນ​ ​ໄຮ​ຢາງ 981 ພ້ອມ​ກັບ​ບັນດາ​ກຳປັ່ນຄຸ້ມກັນທັງ​ໝົດອອກ​ຈາກ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ ​ໂດຍບໍ່​ມີ​ເງື່ອນ​ໄຂຢ່າງ​ທັນທີ, ຢຸດຕິ​ບັນດາ​ການ​ກະທຳ​ລະ​ເມີດ​ກົດໝາຍ ​ແລະ ການປະພຶດໄຮ້​ມະນຸດສະທຳ​ທີ່ມີຕໍ່ຊາວ​ປະມົງ​ຫວຽດນາມ ບົນ​ທະ​ເລ​ຕາ​ເວັນ​ອອກ ​ແລະ ບໍ່​ປະ​ໃຫ້​ເກີດ​ບັນດາ​ການ​ກະທຳ​ຄ້ານ​ຄື​ກັນ​ໃນ​ອະນາຄົດ. ສະມາຄົມ​ຊາວກະສິກອນ​ຫວຽດນາມ ສະໜັບສະໜູນບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ລັດຖະບານ ​ແລະ ບັນດາ​ກຳລັງ​ປະຕິບັດ​ໜ້າ​ທີ່​ຂອງ​ຫວຽດນາມ ​ໃນ​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ອັນ​ຖືກຕ້ອງ​ຂອງ​ຫວຽດນາມ ດ້ວຍ​ບັນດາ​ມາດ​ຕະການ​ສັນຕິພາບ, ​ສອດຄ່ອງ​ກັບ​ກົດໝາຍ​ສາກົນ; ຮຽກຮ້ອງ​​ໃຫ້​ຊາວ​ປະມົງ​ຫວຽດນາມ ສາມັກຄີ ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ, ຢືດໝັ້ນ​ການປະກອບອາຊີບຫາປາບົນທະເລ, ປະກອບສ່ວນ​ປົກ​ປັກ​ຮັກສາ​ອະທິປະ​ໄຕ ​ແລະ ຜົນ​ປະ​ໂຫຍ​ດ​ຂອງ​ປະ​ເທດຊາດ.

ຂ່າວ/ບົດ​ອື່ນ