ສູນກາງສະຫະພັນຊາວໜຸ່ມຫວຽດນາມປະກາດບັນດາກິດຈະກຳໜູນຊ່ວຍສັງຄົມ

ສູນກາງສະຫະພັນຊາວໜຸ່ມຫວຽດນາມປະກາດບັນດາກິດຈະກຳໜູນຊ່ວຍສັງຄົມ - ảnh 1
ທ່ານ ຫງວຽນ​ຟີ​ລອງ, ເລ​ຂາ​ສູນ​ກາງ​ຄະ​ນະ​ຊາວ​ຫນຸ່ມ ກອມມູ​ນິດ​​ໂຮ​ຈິ​ມິນ, ປະ​ທານສະ​ຫະ​ພັນ​ຊາວ​ໜຸ່ມ​ຫວຽດ​ນາມໃນພິ​ທີ​ປະ​ກາດ​ບັນ​ດາ​ກິດ​ຈະ​ກຳ​ໜູນ​ຊ່ວຍ​ສັງ​ຄົມ​


(vovworld)- ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ປະ​ກາດ​ບັນ​ດາ​ກິດ​ຈະ​ກຳ​ໜູນ​ຊ່ວຍ​ສັງ​ຄົມ​ເພື່ອ​ຂ່ຳ​ນັບ​ຊົມ​ເຊີຍ​ການ​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສະ​ຫະ​ພັນ​ຊາວ​ໜຸ່ມ​ຫວຽດ​ນາມ (15/10/1956-15/10/2016) ຊຶ່ງ​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 12/10 ຢູ່​ຮ່າ​ໂນ້ຍ. ທ່ານ ຫງວຽນ​ຟີ​ລອງ, ເລ​ຂາ​ສູນ​ກາງ​ຄະ​ນະ​ຊາວ​ຫນຸ່ມ ກອມມູ​ນິດ​​ໂຮ​ຈິ​ມິນ, ປະ​ທານສະ​ຫະ​ພັນ​ຊາວ​ໜຸ່ມ​ຫວຽດ​ນາມໃຫ້​ຮູ້​ວ່າ : 

    “ເພື່ອ​ເປັນ​ການຂ່ຳ​ນັບ​ຊົມ​ເຊີຍ​ການ​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສະ​ຫະ​ພັນ​ຊາວ​ໜຸ່ມ​ຫວຽດ​ນາມ, ສູນ​ກາງສະ​ຫະ​ພັນ​ຊາວ​ໜຸ່ມ​ຫວຽດ​ນາມສືບ​ຕໍ່​ຂົນ​ຂວາຍ, ຮຽກ​ຮ້ອງ​ໃຫ້​ບັນ​ດາ​ສ່ວນ​ບຸກ​ຄົ​ນ, ອົງ​ການ​ຈັດ​ຕັ້ງ​ເພື່ອ​ສ້າງ​ກອງ​ທຶນ​ໜູນ​ຊ່ວຍ, ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ບັນ​ດາ​ໂຄງ​ການ​ເຄື່ອນ​ໄຫວ​ນູນ​ຊ່ວຍ​ສັງ​ຄົມ​ຂອງ ສູນ​ກາງ​ຄະ​ນະ​ຊາວ​ຫນຸ່ມ ກອມມູ​ນິດໂຮ​ຈິ​ມິນ. ຄາດ​ວ່າ ໃນ​ປີນີ້, ຈະ​ກໍ່​ສ້າງ​ຫໍ​ພັກ​ເຄິ່ງ​ກິ​ນ​ນອນ 20 ແຫ່ງ ແລະ ໂຮງ​ຮຽນ 60 ແຫ່ງ​ໃຫ້​ແກ່​ເດັກ​ນ້ອຍ.

   ”

ຕອບກັບ

ຂ່າວ/ບົດ​ອື່ນ