ສິນ​ຄ້າ ຫວຽດ​ນາມ ຢັ້ງ​ຢືນເຄື່ອງໝາຍການຄ້າຢູ່ຕະຫຼາດ ອົດ​ສະ​ຕາ​ລີ

(VOVWORLD) -ສິນຄ້າ ຫວຽດນາມບໍ່ພຽງແຕ່ປະກົດຢູ່ບັນດາຮ້ານສັບພະສິນຄ້າ ອາຊີ ຢູ່ ອົດສະຕາລີ ເທົ່ນນັ້ນ ຫາກຍັງໄດ້ຂາຍໃນບັນດາລະບົບຮ້ານສັບພະສິນຄ້າໃຫຍ່ທີ່ສຸດຢູ່ ອົດສະຕາລີ ອີກດ້ວຍ.
ສິນ​ຄ້າ ຫວຽດ​ນາມ ຢັ້ງ​ຢືນເຄື່ອງໝາຍການຄ້າຢູ່ຕະຫຼາດ ອົດ​ສະ​ຕາ​ລີ - ảnh 1ສິນຄ້າ ຫວຽດນາມ ຢັ້ງຢືນເຄື່ອງໝາຍການຄ້າຢູ່ຕະຫຼາດ ອົດສະຕາລີ

ບໍ່ພຽງແຕ່ຢູ່ ຊິດນີ, ເຊິ່ງຫຼາຍນະຄອນອື່ນຄື Perth, ລັດອົດສະຕາລີ ຕາເວັນຕົກ , ພວມວາງຂາຍສິນຄ້າຜະລິດຕະພັນກະເສດ, ສິນໃນນ້ຳຫຼາຍຢ່າງທີ່ນຳເຂົ້າຈາກ ຫວຽດນາມ. ທ່ານ ຮ່ວາງລວດ, ບໍລິສັດນຳເຂົ້າສົ່ງອອກ M, ໃຫ້ຮູ້ວ່າ: ນັບມື້ນັບມີສິນຄ້າ ຫວຽດນາມ ຫຼາຍຢ່າງນຳເຂົ້າມາ ອົດສະຕາລີ ແລະ ໄດ້ຈຳໝ່າຍໃນບັນດາລະບົບຮ້ານສັບພະສິນຄ້າ ອາຊີ ໃນລັດ.

        ສິນຄ້າ ຫວຽດນາມບໍ່ພຽງແຕ່ປະກົດຢູ່ບັນດາຮ້ານສັບພະສິນຄ້າ ອາຊີ ຢູ່ ອົດສະຕາລີ ເທົ່ນນັ້ນ ຫາກຍັງໄດ້ຂາຍໃນບັນດາລະບົບຮ້ານສັບພະສິນຄ້າໃຫຍ່ທີ່ສຸດຢູ່ ອົດສະຕາລີ ອີກດ້ວຍ. ທ່ານ ຫງວຽນຟູຮ່ວາ, ຫົວໜ້າອົງການການຄ້າ ຫວຽດນາມ ປະຈຳ ອົດສະຕາລີ ໃຫ້ຮູ້ວ່າ:

        ໂຄສະນາເຄື່ອງໝາຍການຄ້າສິນຄ້າ ຫວຽດນາມ ຍາມໃດກໍ່ແມ່ນການເຄື່ອນໄຫວຈຸດສຸມຂອງອົງການການຄ້າ ຫວຽດນາມ ປະຈຳ ອົດສະຕາລີ. ອົງການການຄ້າໄດ້ຜັນຂະຫຍາຍຍຸດທະສາດໂຄສະນາເຄື່ອງໝາຍການຄ້າ ຫວຽດນາມ ອີງຕາມແຜນການການກະທຳລະອຽດ, ຕາມບັນດາໝາກຜົນການຄົ້ນຄວ້າ ແລະ ຍູ້ແຮງການນຳໃຊ້ເຕັກໂນໂລຢີຫັນເປັນດີຈີຕອນ. ພ້ອມທັງອົງການການຄ້າກໍ່ເຮັດຫຼາຍວິທີ່ໜູນຊ່ວຍບັນດາສະຫະສະມາຄົມວິສາຫະກິດ ອົດສະຕາລີ ແລະ ບັນດານັກທຸລະກິດຊາວ ຫວຽດນາມ ອາໄສຢູ່ ອົດສະຕາລີ ນຳເຂົ້າ ແລະ ຂາຍສິນຄ້າ ຫວຽດນາມ, ພິເສດໃນສະພາບການປະຈຸບັນທີ່ບັນດາວິສາຫະກິດ ອົດສະຕາລີ ຢາກມີແຫຼ່ງສິນຄ້ານຳເຂົ້າຫຼາຍຮູບຫຼາຍແບບ.

ຫວຽດງາ, ນັກຂ່າວ VOV ປະຈຳ ອົດສະຕາລີ

ຕອບກັບ

ຂ່າວ/ບົດ​ອື່ນ