ສິນຄ້າສົ່ງອອກຂອງ ຫວຽດນາມ ໄປ ອີຢູ ຈະບັນລຸລະດັບເຕີບໂຕທີ່ປະເອີບໃຈ

(VOVWORLD) -ພາຍຫຼັງປີທຳອິດປະຕິບັດ, EVFTA ບໍ່ພຽງແຕ່ແມ່ນໄມ້ງັດຊຸກຍູ້ການຄ້າ 2 ສົ້ນເທົ່ານັ້ນ ຫາກຍັງສ້າງທ່າແຮງດີທີ່ໃຫ້ແກ່ປະຊາຄົມວິສາຫະກິດຂອງ 2 ປະເທດອີກດ້ວຍ.
ສິນຄ້າສົ່ງອອກຂອງ ຫວຽດນາມ ໄປ ອີຢູ ຈະບັນລຸລະດັບເຕີບໂຕທີ່ປະເອີບໃຈ - ảnh 1ຄວາມສາມາດບົ່ມຊ້ອນຂອງຕະຫຼາດ ອີຢູ ຍັງໃຫຍ່ຫຼວງພໍສົນຄວນສຳລັບວິສາຫະກິດ ຫວຽດນາມ
(ພາບ: TTXVN)

ຄາດວ່າ, ປີ 2022 ການສົ່ງອອກສິນຄ້າຂອງ ຫວຽດນາມ ໄປຕະຫຼາດ ອີຢູ ຈະບັນລຸລະດັບເຕີບໂຕທີ່ປະເອີບໃຈເມື່ອທຽບໃສ່ປີ 2021 ຍ້ອນບັນດາວິສາຫະກິດ ຫວຽດນາມ ນັບມື້ນັບນຳໃຊ້ບຸລິມະສິດຈາກສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ເປັນຢ່າງດີ.

ສັນຍາ EVFTA ເລີ່ມມີຜົນສັກສິດນັບແຕ່ວັນທີ 01 ສິງຫາ 2020. ພາຍຫຼັງປີທຳອິດປະຕິບັດ, EVFTA ບໍ່ພຽງແຕ່ແມ່ນໄມ້ງັດຊຸກຍູ້ການຄ້າ 2 ສົ້ນເທົ່ານັ້ນ ຫາກຍັງສ້າງທ່າແຮງດີທີ່ໃຫ້ແກ່ປະຊາຄົມວິສາຫະກິດຂອງ 2 ປະເທດອີກດ້ວຍ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຜ່ານການແລກປ່ຽນການຄ້າ 2 ສົ້ນລະຫວ່າງ ຫວຽດນາມ ແລະ ອີຢູ ທີ່ບັນລຸ 54,87 ຕື້ USD, ເພີ່ມຂຶ້ນກວ່າ 12% ເມື່ອທຽບໃສ່ໄລຍະດຽວກັນ.

ເຖິງວ່າ ຫວຽດນາມ ຖືກຜົນສະທ້ອນຢ່າງໜັກໜ່ວງຍ້ອນໂລກລະບາດຮອບທີ 4 ກໍ່ຕາມ, ແຕ່ເດືອນພະຈິກ ປີ 2021, ວົງເງິນການຄ້າ 2 ສົ້ນລະຫວ່າງ ຫວຽດນາມ - ອີຢູ ຍັງບັນລຸການເຕີບໂຕໜ້າປະເອີບໃຈ ດ້ວຍວົງເງິນສົ່ງອອກ-ນຳເຂົ້າບັນລຸ 51,3 ຕື້ USD, ເພີ່ມຂຶ້ນ 13,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ສຳລັບ EVFTA, ກຳລັງແກ່ງແຍ້ງ ແລະ ອັດຕາຂອງສິນຄ້າ ຫວຽດນາມ ນັບມື້ນັບໄດ້ຮັບການປົວແປງຢ່າງເຫັນໄດ້ຊັດຢູ່ຕະຫຼາດ ອີຢູ. ປະຈຸບັນ, ຫວຽດນາມ ແມ່ນຄູ່ຄ້າຢືນອັນດັບທີ 15 ຂອງ ອີຢູ; ກາຍເປັນຄູ່ຄ້າໃຫຍ່ທີ່ສຸດຂອງ ອີຢູ ໃນພາກພື້ນ ອາຊຽນ; ນອນໃນ top 10 ປະເທດສະໜອງສິນຄ້າໃຫຍ່ສຸດເຂົ້າຕະຫຼາດ ອີຢູ.

ຕາມບັນດານັກຊ່ຽວຊານດ້ານການຄ້າແລ້ວ, ຄວາມສາມາດບົ່ມຊ້ອນຂອງຕະຫຼາດ ອີຢູ ຍັງໃຫຍ່ຫຼວງພໍສົນຄວນສຳລັບວິສາຫະກິດ ຫວຽດນາມ, ເມື່ອພື້ນຖານເສດຖະກິດ ອີຢູ ຟື້ນຟູ, ເຕີບໂຕຄືນໃໝ່ ແລະ ຄວາມຕ້ອງການບໍລິໂພກ, ການນຳເຂົ້າສິນຄ້າຈະເພີ່ມຂຶ້ນ. ທ່າອ່ຽງຫັນປ່ຽນລະບົບສະໜອງ ແລະ ການລົງທຶນຈະນຳມາເຊິ່ງກາລະໂອກາດໃຫຍ່ຫຼວງໃຫ້ແກ່ ຫວຽດນາມ ໃນການເພີ່ມກຳລັງແກ່ງແຍ້ງ ແລະ ດຶງດູດການລົງທຶນຈາກ ອີຢູ ດ້ວຍພື້ນຖານຢ່າງໝັ້ນຄົງຈາກ ອີຢູ.

ຕອບກັບ

ຂ່າວ/ບົດ​ອື່ນ