ສັນຍານຕັ້ງໜ້າຫຼາຍຢ່າງໃນການແລກປ່ຽນການຄ້າ ຫວຽດນາມ - ເຊັກໂກ

(VOVWORLD) - ໃນຈຳນວນບັນດາສິນຄ້າຂອງ ຫວຽດນາມ ສົ່ງອອກໄປຍັງ ເຊັກໂກ ໃນ 9 ເດືອນທີ່ຜ່ານມາ, ນຳໜ້າແມ່ນກຸ່ມຜະລິດຕະພັນ ອຸປະກອນເອເລັກໂຕນິກວິທະຍຸ, ໂທລະພາບ; ອັນດັບທີສອງແມ່ນ ເກີບ
ສັນຍານຕັ້ງໜ້າຫຼາຍຢ່າງໃນການແລກປ່ຽນການຄ້າ ຫວຽດນາມ - ເຊັກໂກ  - ảnh 1 ພາບປະກອບ

ຕາມບົດລາຍງານຫາກໍ່ປະກາດຈາກ ກົມສະຖິຕິ ສາທາລະນະລັດ ເຊັກໂກ ໃຫ້ຮູ້ວ່າ ວົງເງິນສິນຄ້າ ເຊັກໂກ ສົ່ງອອກມາຍັງ ຫວຽດນາມ ໃນ 9 ເດືອນຕົ້ນປີ 2018 ບັນລຸ 106 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 51, 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017. ນີ້ແມ່ນລະດັບການເຕີບໂຕຂອງວົງເງິນສົ່ງແມ່ນສູງພໍສົມຄວນ ເມື່ອເປັນຄັ້ງທຳອິດທີ່ລື່ນກາຍ 100 ລ້ານໂດລາສະຫະລັດ ໃນໄລຍະເວລາພຽງ 9 ເດືອນ.

ໃນຈຳນວນບັນດາສິນຄ້າຂອງ ຫວຽດນາມ ສົ່ງອອກໄປຍັງ ເຊັກໂກ ໃນ 9 ເດືອນທີ່ຜ່ານມາ, ນຳໜ້າແມ່ນກຸ່ມຜະລິດຕະພັນ ອຸປະກອນເອເລັກໂຕນິກວິທະຍຸ, ໂທລະພາບ; ອັນດັບທີສອງແມ່ນ ເກີບ; ໝວດຜະລິດຕະພັນທີ່ຜະລິດຈາກຢາງພາລາ, ການປະສົມສານເຄມີອານົງຄະທາດ, ເຄື່ອງໜັງ, ວັດສະດຸສຳຮອງ ຂະແໜງຕັດຫຍິບ, ບັນດາອຸປະກອນກົນຈັກ, ເຄື່ອງເຟນີເຈີໄມ້, ສິນໃນນ້ຳ…

ໃນຂະນະນັ້ນ, ສິນຄ້າຂອງ ເຊັກໂກ ສົ່ງອອກມາຍັງ ຫວຽດນາມ ມີການປ່ຽນແປງທາງດ້ານອັນດັບ, ໂດຍນຳໜ້າແມ່ນອຸປະກອນບັນທຶກສຽງ, ບັນທຶກພາບ, ເຄື່ອງສຽງ, ໜ້າຈໍໂທລະພາບ; ຕໍ່ມາແມ່ນບັນດາອຸປະກອນເຕົາພະລັງງານ, ໝໍ້ຜະລິດອາຍນ້ຳ, ເຄື່ອງກົນຈັກ…

ນີ້ແມ່ນບັນດາພື້ນຖານເພື່ອ ຄາດຄະເນວົງເງິນນຳເຂົ້າ - ສົ່ງອອກຂອງສອງປະເທດ ບັນລຸກວ່າ 1,2 ຕື້ໂດລາສະຫະລັດ. ກອງປະຊຸມສຳມະນາເສດຖະກິດ ເຊັກໂກ - ຫວຽດນາມ ຄາດວ່າຈະໄດ້ຈັດຂຶ້ນໃນຕົ້ນເດືອນທັນວາ ທີ່ຈະມາເຖິງ ຢູ່ ປຣາຮາ ເຊິ່ງກຳລັງໄດ້ຄາດຫວັງວ່າຈະຊຸກຍູ້ການຮ່ວມມື, ການລົງທຶນ ລະຫວ່າງ ວິສາຫະກິດຂອງ ເຊັກໂກ ແລະ ຫວຽດນາມ ໃນຫຼາຍຂົງເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ