ສັນຍາປາຣີ - ຍຸດທະສາດການເຈລະຈາທີ່ສະຫຼາດສະຫຼຽວຂອງຫວຽດນາມ

ສັນຍາປາຣີ - ຍຸດທະສາດການເຈລະຈາທີ່ສະຫຼາດສະຫຼຽວຂອງຫວຽດນາມ - ảnh 1
(ພາບປະກອບ)

(vovworld) -     ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ສຳນັກ​ຂ່າວສານ​ຫວຽດນາມ​ ປະຈຳ​ຝລັ່ງ ​ເນື່ອງ​ໃນ​ໂອກ​າດສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ປາຣີ, ຢຸດຕິ​ສົງຄາມ​ ​ແລະ ສ້າງ​ສັນຕິ​ພາບ​ຄືນ​ໃໝ່​ຢູ່​ຫວຽດນາມ, ທ່ານ​ເອກ​ອັກຄະ​ລັດຖະທູດ ​ເຢືອງວັນ​ກວາງ, ຫົວໜ້າ​ຄະນະປະຈຳ​ຫວຽດນາມ ຄຽງ​ຂ້າງ​ອົງການ​ສຶກສາ, ວິທະຍາສາດ ​ແລະ ວັດທະນະທຳ ຂອງ​ສະຫະ​ປະຊາ​ຊາດ (UNESCO), ​ໄດ້​ຖື​ວ່າ ​ໃນ​ສະພາບ​ປະ​ເຊີນ​ໜ້າ​ລະຫວ່າງ​ຫວຽ​ດນາມ ​ແລະ ອາ​ເມ​ລິ​ກາ ກ່ອນ​ນີ້ 40 ປີ, ​ເລື່ອງ​ລົງ​ນາມ​ໃນ​ສັນຍາ​ປາຣີ ​ແມ່ນ​ບາດ​ລ້ຽວຕັດສິນ​ໃຫ້​ແກ່​ບັນດາ​ເຫດການ​ທີ່​ເກີດ​ຄືນ​ຕໍ່​ຈາກ​ນັ້ນ. ສັນຍາ​ປາຣີ ​ໄດ້​ເຕົ້າ​ໂຮມ​ບັນດາ​ເງື່ອນ​ໄຂ​ຢ່າງ​ຄົບ​ຖ້ວນ ນັບ​ທັງ​ທາງ​ຍຸດ​ທະ​ສາດ, ການ​ທະຫານ, ການ​ເມືອງ ​ແລະ ການ​ຕ່າງປະ​ເທດ ​​ໃຫ້​ແກ່​ການ​ບຸກ​ໂຈມ​ຕີ​ລູກ​ຮື​ຂຶ້ນ​ຂະ​ໜາດ​ໃຫຍ່ໃນ​ປີ 1975, ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ຢ່າງ​ຖືກຕ້ອງ​ທາງ​ດ້ານ​ຍຸດ​ທະ​ສາດ​ຂອງ​ຫວຽດນາມ. ນັ້ນ​ແມ່ນ​ຍຸດ​ທະ​ສາດ​ຍາດ​ເອົາ​ໄຊ​ຊະນະ​​ເທື່ອ​ລະ​ກ້າວ ກ້າວ​ໄປ​ເຖິງ​ການ​ຍາດ​ເອົາ​ໄຊຊະນະ​ທັງ 3 ​ແນວ​ໂຮມ​ນັ້ນ​ແມ່ນ; ການ​ເມືອງ, ການ​ທະຫານ ​ແລະ ການ​ຕ່າງປ​ະ​ເທດ.

        ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ ​ເຢືອງວັນ​ກວາງ​ ແລ້ວ, ປັດ​ໃຈ​ຕັດສິນ​ທີ່​ພາ​ໄປ​ເຖິງ​ ​ໄຊຊະນະ​ນັ້ນ​ແມ່ນ​ນະ​ໂຍບາຍ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ​ຂອງ​ຫວຽດນາມ. ຫວຽ​ດນາມ ​​ໄດ້​ເລືອກ​ເຟັ້ນ, ກຳ​ນົດທັດສະນະ​ເປັນເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ ​ໃນ​ຕະຫຼອດຂະ​ບວນ​ວິວັດ​​ແຫ່ງການ​ຕໍ່ສູ້​ປົດ​ປ່ອຍຊາດ. ທ່ານ​ເອກ​ອັກຄະ​ລັດຖະທູດ ຢືນຢັນ​ວ່າ ຍຸດ​ທະ​ສາດ “ການ​ເມືອງ, ການ​ທະຫານ ​ແລະ ການ​ຕ່າງປ​ະ​ເທດ” ​​ແມ່ນ​ບັນດາ​ປັດ​ໃຈ​ທີ່​ຂາດ​ບໍ່​ໄດ້ ສາມາດ​ນຳ​ມາ​ເຊິ່ງ​ຜົນສຳ​ເລັດ​ໃຫ້​ແກ່​ການ​ເຈລະຈາ​ປາຣີ​ ເວົ້າ​ສະ​ເພາະ ​ແລະ ການ​ປະຕິວັດ​ປົດ​ປ່ອຍ​ຊາດ​ເວົ້າ​​ເວົ້າ​ລວມ. ທ່ານ​ເອກ​ອັກຄະ​ລັດຖະທູດ ​ເຢືອງວັນ​ກວາງ​ ​ເນັ້ນ​ໜັກ​ວ່າ ຫວຽດນາມ​ໄດ້​ສ້າງ​​ເປັນ​ແນວ​ໂຮມ​ປະຊາຊົນ​ໂລກ, ສາມັກຄີ​​ທຸກ​ກຳລັງ​ການ​ເມືອງ​ທີ່​ກ້າວໜ້າ​ຢູ່​ໃນ​ໂລກ ​ເພື່ອສະໜັບສະໜູນ​ການ​ຕໍ່ສູ້​ທີ່​ເປັນ​ທຳ​.

ຂ່າວ/ບົດ​ອື່ນ