ສັນຕະປະປາສົ່ງສານສັນຕິພາບເນື່ອງໃນໂອກາດວັນບຸນຄິຼດສະມາດປີ2016

ສັນຕະປະປາສົ່ງສານສັນຕິພາບເນື່ອງໃນໂອກາດວັນບຸນຄິຼດສະມາດປີ2016 - ảnh 1
ສັນຕະປະປາ Francis ຮຽກຮ້ອງ​ໃຫ້​ສັນຕິພາບ​​ແກ່ໜ່ວຍ
ພິພົບ​ທີ່​ຍັງມີສົງຄາມ ​ແລະ ການ​ໃຊ້ຄວາມ​ຮຸນ​ແຮງ
(ພາບ: AFP/TTXVN)

(vovworld) – ​ ​ວັນ​ທີ 25/12 ​ໃນ​ສານ​ມູນ​ເຊື້ອ​​​ເນື້ອ​ໃນໂອກາດວັນ​ບຸນ​ຄິຼດສະມາດ, ສັນຕະປະປາ Francis ຮຽກຮ້ອງ​ໃຫ້​ສັນຕິພາບ​​ແກ່ໜ່ວຍພິພົບ​ທີ່​ຍັງມີສົງຄາມ ​ແລະ ການ​ໃຊ້ຄວາມ​ຮຸນ​ແຮງ ພ້ອມ​ທັງ​ສະ​ແດງຄວາມ​ເຫັນ​ໃຈ​ສຳລັບ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກການ​ກໍ່​ການ​ຮ້າຍ ພາຍຫລັງ 1 ປີທີ່​​ເກີດ​ບັນດາ​ເຫດ​ບຸກ​ໂຈມ​ຕີຢ່າງນອງ​ເລືອດ. ກ່າວ​ຄຳ​ເຫັນຕໍ່ໜ້າມວນ​ຊົນ 40.000 ຄົນ ທີ່​ເທວະສະຖານ St. Peter ຢູ່ Vatican, ສັນຕະປະປາ ອາຍຸ 80 ປີຊາວ​ ອັກ​ຊັງ​ຕິ​ນ ຮຽກຮ້ອງ ຢຸດຮົບຢູ່ ຊີຣີ ​ແລະ ​ເນັ້ນ​ໜັກ “​ໄດ້​ມີ​ການ​ບຸກ​ໂຈມ​ຕີນ​ອງ​ເລືອດ​ຫລາຍ​ຄັ້ງ​ແລ້ວ” ​ແລະ ​ໃນ​ປະຈຸ​ບັນ​ວິ​ກິດ​ການ​ໄດ້​ກ້າວ​ເຂົ້າ​ສູ່​ປີທີ 6. ສັນຕະປະປາ​ຢືນຢັນ​ວ່າ ຮອດ​ຈຸດ​ເວລາ​ທີ່​ປະຊາ​ຄົມ​ສາກົນຮ່ວມ​ແຮງ​ຮ່ວມ​ໃຈກັນ​ຊອກ​ຫາ​ມາດ​ຕະການ​ສັນຕິພາບ​ຜ່ານ​ການ​ເຈລະຈາ ​ແລະ ຜ່ອນ​ສັ້ນ​ຜ່ອນ​ຍາວ. ຄຽງ​ຂ້າງ​ນັ້ນ ສັນຕະປະປາ ກໍ່​ຮຽກຮ້ອງ​ໃຫ້​ສ້າງ​ສັນຕິພາບ​ຢູ່ ອີຣັກ, ລີ​ບີ ​ແລະ ​ເຢ​ແມນ ​ເຊິ່ງ​ແມ່ນ​ແຫ່ງ​ທີ່​ປະຊາຊົນ​ພວມ​ຖືກຮັບ​ເຄາະ​ຮ້າຍ​ຈາກສົງຄາມ ​ແລະ ຄວາມ​ຮຸນ​ແຮງ​​ໃນ​ການກໍ່​ການ​ຮ້າຍ, ພ້ອມ​ທັງ​ສະ​ແດງ​ຄວາມ​ຫວັງວ່າ ບັນດາ​ການ​ປະ​ທະ​ກັນ​ຢູ່​ຫລາຍ​ປະ​ເທດ ອາ​ຟຣິກກາ  ຈະ​ສິ້ນ​ສຸດ​ລົງ​ເຊິ່ງລວມມີ ​ໄນຈີ​ເນຍ ​ແລະ ຊູ​ດັງ​ໃຕ້.

ຂ່າວ/ບົດ​ອື່ນ