ສັນຕະປາປາFrancisສິ້ນສຸດການປະຕິບັດງານຢູ່ອາຊີ

(VOVWORLD) -ວັນທີ 2 ທັນວາ, ສັນຕະປາປາ Francis ໄດ້ສິ້ນສຸດການປະຕິບັດງານ ອາຊີ ດ້ວຍການຢ້ຽມຢາມ ມຽນມາ ແລະ ບັງກະລາເທດ. ສັນຕະປາປາ Francis ໄດ້ເດີນທາງອອກຈາກ ນະຄອນຫລວງ Dhaka ຂອງ ບັງກະລາເທດ 

ສັນຕະປາປາFrancisສິ້ນສຸດການປະຕິບັດງານຢູ່ອາຊີ - ảnh 1ສັນຕະປາປາ Francis  ຢູ່ ນະຄອນຫລວງ Dhaka 

ພາບ:vietnam+

ພາຍຫລັງມີການໂອ້ລົມສົນກັບນັກສຶກສານັບພັນຄົນຢູ່ທີ່ນີ້. ຢູ່ສອງປະເທດ ອາຊີ, ສັນຕະປາປາ ໄດ້ມີການພົບປະກັບວົງການເຈົ້າຫນ້າທີ່ຂັ້ນສູງສອງປະເທດ, ໃນນັ້ນ ມີທ່ານ Aung San Suu Kyi ຜູ້ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີການຕ່າງປະເທດ ມຽນມາ, ນາຍພົນອະວຸໂສ Min Aung Hlaing, ຜູ້ບັນຊາການກອງທັບ ມຽນມາ, ປະທານາທິບໍດີ ບັງກະລາເທດ Abdul Hamid ພ້ອມກັບບັນດາລັດຖະມົນຕີຢູ່ ບັງກະລາເທດ. ຢູ່ ບັງກະລາເທດ ສັນຕະປາປາ ກໍ່ໄດ້ພົບປະກັບກຸ່ມຊາວອົບພະຍົບ Rohingya ຂ້າມຊາຍແດນໄປຍັງ ບັງກະລາເທດ ເພື່ອຫລີກລ້ຽງການໃຊ້ຄວາມຮຸນແຮງຢູ່ ລັດ Rakhine ຂອງ ມຽນມາ. 

ຕອບກັບ

ຂ່າວ/ບົດ​ອື່ນ