ສັນທະປະປາ ຮຽກຮ້ອງສະໜັບສະໜູນການເຈລະຈາຟື້ນຟູສັນຕິພາບໃນແຫຼມເກົາຫຼີ

(VOVWORLD) - ສັນທະປະປາ ເນັ້ນໜັກຄວາມສຳຄັນພິເສດໃນການສະໜັບສະໜູນບັນດາຄວາມມານະພະຍາຍາມເຈລະຈາໃນແຫຼມ ເກົາຫຼີ ເພື່ອຊອກຫາບັນດາ “ວິທີການໃໝ່” ໄກ່ເກ່ຍບັນດາການຂັດແຍ້ງຢູ່ພາກພື້ນນີ້
ສັນທະປະປາ ຮຽກຮ້ອງສະໜັບສະໜູນການເຈລະຈາຟື້ນຟູສັນຕິພາບໃນແຫຼມເກົາຫຼີ - ảnh 1ສັນທະປະປາ Francis  

ວັນທີ 8 ມັງກອນ, ສັນທະປະປາ Francis ຮຽກຮ້ອງບັນດາປະເທດໃນໂລກສະໜັບສະໜູນທຸກໆຄວາມມານະພະຍາຍາມໃນການເຈລະຈາຊ່ວຍຫລຸດຜ່ອນຄວາມເຄັ່ງຕຶງໃນແຫຼມເກົາຫຼີ  ແລະ ກໍ່ພ້ອມກັນອອກຄຳສັ່ງເກືອກຫ້າມອາວຸດນິວເຄຼຍມີລັກສະນະຜູກຮັດທາງນິຕິກຳຢ່າງຈະແຈ້ງ. ໃນບົດປາໄສປະຈຳປີຕໍ່ບັນດານັກການທູດທີ່ມາຈາກ 185 ປະເທດໃນໂລກ, ສັນທະປະປາ ເນັ້ນໜັກຄວາມສຳຄັນພິເສດໃນການສະໜັບສະໜູນບັນດາຄວາມມານະພະຍາຍາມເຈລະຈາໃນແຫຼມ ເກົາຫຼີ ເພື່ອຊອກຫາບັນດາ “ວິທີການໃໝ່” ໄກ່ເກ່ຍບັນດາການຂັດແຍ້ງຢູ່ພາກພື້ນນີ້, ປັບປຸງຄວາມໄວ້ເນື້ອເຊື່ອໃຈ 2 ຝ່າຍ ແລະ ຮັບປະກັນອະນາຄົດແຫ່ງສັນຕິພາບໃຫ້ແກ່ 2 ພາກເກົາຫຼີ ກໍ່ຄືໃນທົ່ວໂລກ.

        ກໍ່ໃນບົດກ່າວປາໄສນີ້, ສັນທະປະປາອົງທີ່ 266 ຂອງສະມາຄົມສາສະໜາກາໂຕລິກ Roma ໄດ້ຢ້ຳຄືນຄຳຮຽກຮ້ອງເຄົາລົບສະຖານະພາບອະທິປະໄຕຂອງ Jerusalem ພາຍຫຼັງຂໍ້ຕົກລົງທີ່ກໍ່ຄວາມໂຕ້ຖຽງກັນໃນວັນທີ 6 ທັນວາ ຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ໂດຍຮັບຮອງເຂດດິນແດນນີ້ແມ່ນນະຄອນຫຼວງ ຂອງອິດສະຣາແອນ.

ຕອບກັບ

ຂ່າວ/ບົດ​ອື່ນ