ການເລືອກຕັ້ງສະພາແຫ່ງຊາດເພີ່ມເຕີມຢູ່ມ້ຽນມາ
(ພາບ:tinmoi24h.com)
( vovworld ) – ບັນດາສະຖານທີ່ປ່ອນບັດ ໃນການເລືອກຕັ້ງສະພາແຫ່ງຊາດເພີ່ມເຕີມຢູ່ມ້ຽນມາ ຊື່ງໄດ້ປິດປະຕູໃນເວລາ 16 ໂມງ ຂອງວັນທີ 1/4 ແລະ ວຽກງານນັບບັດພວມດຳເນີນໄປໂດຍພາຍໃຕ້ການເປັນສັກຂີພິຍານຂອງຜູ້ຕາງໜ້າາບັນດາຜູ້ອອກສະໝັກຮັບເລືອກຕັ້ງ ແລະ ປະຊາຊົນ 10 ຄົນ. ທ່າງນາງ Aung San Suu Kyi ຜູ້ຕາງໜ້າຂອງພັກພັນທະມິດເພື່ອປະຊາທິປະໄຕແຫ່ງຊາດ (NLD) ໄດ້ຮັບໄຊຊະນະຄັ້ງປະຫວັດສາດ ເມື່ອໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາຕ່ຳມ້ຽນມາ ດ້ວຍ 75% ບັດສະໜັບສະໜູນ. ພັກ NLD ກໍຍາດໄດ້ຢ່າງໜ້ອຍສຸດ 10 ທີ່ນັ່ງ ໃນຈຳນວນ 45 ທີ່ນັ່ງໄດ້ຮັບການເລືອກຕັ້ງຄືນໃໝ່ໃນການເລືອກຕັ້ງຄັ້ງນີ້. ຄາດວ່າ, ໝາກຜົນສຸດທ້າຍຂອງການເລືອກຕັ້ງສະພາແຫ່ງຊາດເພີ່ມເຕີມຢູ່ມ້ຽນມາ ຈະໄດ້ປະກາດຢ່າງເປັນທາງການໃນຮອບເວລາ 1 ສັບປະດາທີ່ຈະມາເຖິງ.