ສືບຕໍ່ກອງປະຊຸມຄັ້ງທີ 5 ຄະນະບໍລິຫານງານສູນກາງພັກຊຸດທີ 11

ສືບຕໍ່ກອງປະຊຸມຄັ້ງທີ 5 ຄະນະບໍລິຫານງານສູນກາງພັກຊຸດທີ 11 - ảnh 1
( ກອງ​ປະຊຸມ​ຄັ້ງ​ທີ 5 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 11 ສືບ​ຕໍ່​ເຮ​ັດວຽກ​ )

( vovworld ) –   ວັນ​ທີ 8/5, ກອງ​ປະຊຸມ​ຄັ້ງ​ທີ 5 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 11 ສືບ​ຕໍ່​ເຮ​ັດວຽກ​ຢູ່​ທີ່​​ຮ່າ​ໂນ້ຍ. ​​ໂດຍດຳ​​ເນີນ​ໄປ​ເປັນ​ເວລາ 9 ວັນ, ກອງ​ປະຊຸມ​ຄັ້ງ​ນີ້ ​ໄດ້​ສຸມ​ໃສ່​ບັນດາ​ເນື້ອ​ໃນ​ຄື ສະຫຼຸບການ​ປະຕິບັດ​ລັດຖະທຳ​ມະນູນ​ປີ 1992 ​ແລະ ບາງ​ພື້ນຖານ​ທີ່​ຄວນ​ປັບປຸງ, ​ເພີ່ມ​ເຕີມ; ສະຫຼຸບ​ການ​ປະຕິບັດ​ມະຕິ​ສູນ​ກາງ​ຄັ້ງ​ທີ 7 ( ຊຸດ​ທີ 9 ) “ ສືບ​ຕໍ່​ປ່ຽນ​ໃໝ່​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ທີ​ດິນ​ໃນ​ໄລຍະ​ຫັນ​ປະ​ເທດ​ຊາດ​ເປັນ​ອຸດສາຫະກຳ ​ແລະ​ທັນ​ສະ​ໄໝ ”; ສະຫຼຸບ 5 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ສູນ​ກາງ​ຄັ້ງ​ທີ 3 ( ຊຸດ​ທີ 10 ) “ ​ເພີ່ມ​ທະວີ​ການ​ບໍລິຫານ​ຂອງ​ພັກ​ສຳລັບ​ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​​ສໍ້​ລາດ​ບັງ​ຫຼວງ, ການຟຸມເຟືອຍ ”; ພິຈາລະນາ, ຕົກລົງ​ບາງ​ບັນຫາກ່ຽວ​ກັບ​ນະ​ໂຍບາຍ​ສັງຄົມ, ບັນຫາ​ເງິນ​ເດືອນ​​ໃນ​ໄລຍະ 2012 – 2020 ​ແລະ ບາງ​ບັນຫາ​ທີ່​ສຳຄັນ​ອື່ນ​ອີກ.

        ກອນ​ໜ້າ​ນັ້ນ, ທີ່​ວາລະ​ໄຂ​ກອງ​ປະຊຸມ​ເມືອ​ວັນ​ທີ 7/5, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong ​ໄດ້​ເນັ້ນ​ໜັກ​ເຖິງ​ບັນດາ​ເນື້ອ​ໃນ​ຕ້ອງ​ໄດ້​ຮັບ​ການ​ປຶກສາ​ຫາລື​ຢູ່​ທີ່​ກອງ​ປະຊຸມ​ຄັ້ງ​ນີ້.

     ກອງ​ປະຊຸມຄັ້ງ​ທີ່ 5 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ່ 11 ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈຈາກ​ພະນັກງານ, ສະມາຊິກ​ພັກ ​ແລະ ​ປະຊາຊົນ​ໃນ​ທົ່ວ​ປະ​ເທດ. ລຸງ ຫງວຽນ​ເລືອ​ງກຽນ ພະນັກງານ​ພັກ​ກິນ​ເບັ້ຍບຳນານ ທີ່​ຕາ​ແສງ ​ແທງ​ຍ່ານ ​ເມືອງ ຮ່າຍ​ບາ​ຈຶງ-ຮ່າ​ໂນ້ຍຖື​ວ່າ : “ ຂ້າພະ​ເຈົ້າ​ເຫັນ​ວ່າ ບັນຫາ​ສໍ້​ລາດ​ບັງຫຼວງ​ແມ່ນ​ບັນຫາ​ໃຫຍ່​ຂອງ​ສັງຄົມ, ທົ່ວ​ປວງ​ຊົນ​ມີ​ຄວາມ​ເປັນ​ຫ່ວງ​ທີ່​ສຸດ. ຂ້າພະ​ເຈົ້າ​ຄິດ​ວ່າ ການ​ຕ້ານ​ໄພ ສໍ້​ລາດ​ບັງຫຼວງ​ແມ່ນ​ຕ້ອງ​ປະຕິບັດ​ຢ່າງ​ຂ້ຽວຂາດ​ກ່ວາ. ຖ້າ​ຫາກ​ວ່າ ປະປ່ອຍ​ໃຫ້​ໄພ ສໍ້​ລາດ​ບັງຫຼວງ​ແຜ່​ລາມ​ອອກ​ໃນ​ວົງ​ກ້ວາງ ຈະ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ປະຊາຊົນ​ຂາດ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ພັກ, ລັດຖະບານ  ”

          ກ່ຽວຂ້ອງ​ເຖິງ​ຂົງ​ເຂດ​ທີ່​ດິນ, ທ່ານ ​ໂດ້ດັງ​ໂກຍ ຢູ່​ເມືອງຮ່າຍ​ບາ​ຈຶງ-ຮ່າ​ໂນ້ຍ ມີ​ຂໍ້​ສະ​ເໜີ​ດັ່ງ​ນີ້ : “ ສະ​ເໜີ​ສູນ​ກາງ​ພັກ​ຄັ້ງ​ນີ້ ຈົ່ງ​ອີງ​ໃສ່ສະພາບ​ພຶດຕິ​ກຳ​ຕົວ​ຈິງ, ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ປະຊາຊົນ​ມີ​ຄວາມ​ອູ່ນອຽນ​ໃຈ. ຕ້ອງ​ປະຕິບັດ​ຢ່າງ​ຂ້ຽວຂາດ​ຈາກ​ຂັ້ນ​ສູນ​ກາງ​ລົງ​ຮອດ​ຂັ້ນ​ຮາກ​ຖານ. ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ ມະຕິ​ສູນ​ກາງ​ພັກ​ຄັ້ງ​ນີ້​ປະຕິບັດ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ​ກ່ວາ ”

ຂ່າວ/ບົດ​ອື່ນ