ສືບຕໍ່ກອງປະຊຸມສະໄຫມສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມ ຊຸດທີ 13

(vovworld)- ວັນ​ທີ 30/5, ສືບ​ຕໍ່​ກອງ​ປະຊຸມສະ​ໄຫມ​ສາມັນ​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໄດ້​ປຶກ​ສາ​ຫາລື​ຢູ່​ຫໍ​ປະຊຸມ​ກ່ຽວ​ກັບ​ສະພາບ​ເສດຖະກິດ​ສັງຄົມຫວຽດນາມ​ປີ 2012 ​ແລະ ​ໃນ​ຊຸມ​​ເດືອນ​ຕົ້ນ​ປີ 2013​. ສສຊ ຫລາຍ​ທ່ານ​​ເຫັນ​ດີ​ກັບ​ບົດ​ລາຍ​ງານ​ຂອງ​ລັດຖະບານ​​ກ່ຽວ​ກັບ​ສະພາບ​ເສດຖະກິດ​ສັງຄົມ​ປະຈຸ​ບັນ. ​ເມື່ອ​ທຽບ​ໃສ່​ປີ 2012, ສະພາບ​ເສດຖະກິດມີ​ສັນຍານ​ດີກ​ວ່າ. ຈຸດ​ເດັ່ນ​ແມ່ນ​ຄວບ​ຄຸມ​ໄພ​ເງິນ​ເຟີ້​ໄດ້ ​ແລະ ນີ້​ແມ່ນ​​ຈຸດ​ເວລາ​ສະດວກ​ເພື່ອ​ດຳ​ເນີນ​ບັນດາ​ມາດ​ຕະການ​ຢ່າງ​ແຂງ​ແຮງ​ກວ່າ, ມຸ່ງ​ໄປ​ເຖິງ​ຈຸດໝາຍ​ໄລຍະ​ກາງ. ບັນດາ​ ສສຊ ​ໄດ້​ເຫັນ​ດີ​ກັບ 6 ໝວດ​ມາດ​ຕະການ ຊື່​ງລັດຖະບານ​ຍົກ​ອອກ ​ແຕ່​ຖື​ວ່າ ບໍ່​ທັນ​ແຂງ​ແຮງ​ເພື່ອ​ຟື້ນ​ຟູ​ພື້ນຖານ​ເສດຖະກິດ. ທ່ານ​ເຈີ​ນຢູລີກ ສສຊ ນະຄອນ​ໂຮ່ຈິ​ມີນ ສະ​ເຫ​ນີວ່າ:

        “​ໃນ 2,5 ປີ ທີ່ຍັງ​ເຫລືອ​ຂອງ​ແຜນການ 5 ປີ ຄວນ​ສ້າງ​ໂຄງການ​ຈຸດໝາຍ​ໄລຍະ​ກາງ ​ເພື່ອ​ຟື້ນ​ຕົວ​ການຈະ​ເລີ​ນ​ເຕີບ​ໂຕ​ເສດຖະກິດ ​ແລະ ​ໃນ​ນັ້ນ ນະ​ໂຍບາຍຫລັກ​ແຫ​ລ່ງ​ແມ່ນ​ຄາດ​ໝາຍໄພ​ເງິນ​ເຟີ້, ຫັນຈາກ​ການ​ຄວບ​ຄຸມ​ໄພ​ເງິ​ນ​ເຟີ້​ໃນ​ທ່າ​ຮັບ​ມາ​ເປັນ​ເຈົ້າ​ການ ດ້ວຍ​ລະດັບ​ເພີ່ມ​ຂຶ້ນ​ຂອງ CPI ​ແຕ່ 6,5- 7% ​ໃນ 3 ປີ 2013,2014, 2015 ​ແລະ ຈະ​ຫລຸ​ດລົງ​​ໃຫ້ຕຳ​່ກວ່າ 5% ​ໃນ​ໄລຍະ​ຕໍ່​ໄປ. ກ່ຽວ​ກັບ​ນະ​ໂຍບາຍ​ງົບປະມານ, ສາມາດເພີ່ມ​ ອັດຕາລາຍ​ຈ່າຍ​ງົບປະມານ​ເກີນ​ດຸນ​ໃຫ້ຢູ່​ໃນ​ລະດັບ​ກວ່າ 4,8 GDP ​ແລະ ທະນາຄານ​ແຫ່ງ​ລັດ​ຄວນ​​ໄຫວ​ພິບ​ກວ່າ​ໃນ​ນະ​ໂຍບາຍ​ສິນ​ເຊື່ອ.”

ສືບຕໍ່ກອງປະຊຸມສະໄຫມສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 - ảnh 1
ສສຊ ຫລາຍ​ທ່ານ​​ເຫັນ​ດີ​ກັບ​ບົດ​ລາຍ​ງານ​ຂອງ​ລັດຖະບານ​​ກ່ຽວ​ກັບ​ສະພາບ​ເສດຖະກິດ​ສັງຄົມ​ປະຈຸ​ບັນ
ພາບ:internet

ກ່ຽວ​ກັບ​ດ້ານ​ສັງຄົມ. ​ເມື່ອ​ເຕື້ອງ​ເຖິງ​ບັນດາ​ຄົນ​ງານ, ວຽກ​ເຮັດ​ງານ​ທຳ, ທ່ານ ​ເລ​ດັກ​​ເລີ​ມ, ສະມາຊິກ​ສະພາ​ແຫ່ງຊາດ​ແຂວງ ບິ່ງ​ທ້ວນ, ​ຍົກ​ຄຳ​ເຫັນ​ວ່າ.

         “​ຄົນ​ງານ, ວຽກ​ເຮັດ​ງານ​ທຳ ​ແມ່ນ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ທົ່ວ​ສັງຄົມ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄາດໝາຍ​ເສດຖະກິດ, ສັງຄົມ​​ສຳຄັນທີ່​ມີ​ຕໍ່​ປະ​ເທດ​ຊາດ ​ແຕ່​ປະຈຸ​ບັນອັດຕາ​ຄົນ​ຫວ່າງ​ງານ​ເພີ່ມ​ຂຶ້ນ, ການ​ບຳລຸງ​ສ້າງ ​ແລະ ​ການແກ້​ໄຂ​ວຽກ​ເຮັດ​ງານ​ທຳຍັງ​ເກີດ​ບັນຫາ​ຢູ່. ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ລັດຖະບານຕ້ອງ​ມີ​ມາດ​ຕະການ​ແກ້​ໄຂ​ຢ່າງ​ລະອຽດ ​ແລະ ບຸກທະລຸ​ເພື່ອ​ແກ້​ໄຂ​ບັນຫາ​ດັ່ງກ່າວ​ຢ່າງ​ລະອຽດ”.

ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ງ ພ້ອມ​ດ້ວຍ​ບັນດາ​ທ່ານລັດຖະມົນຕີ​ ອະພິປາຍ​ກ່ຽວ​ກັບ​ບັນດາ​ບັນຫາ​ຊື່​ງ ສສຊ ສົນ​ໃຈ ນັ້ນ​ແມ່ນ​ອັດຕາ​ຜູ້​ທຸກ​ຍາກ, ວຽກ​ເຮັດ​ງານ​ທຳ, ອັດຕາ​ຜູ້​ວ່າງ​ງານ, ສອນ​ວິຊາ​ຊີບ, ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃຫມ່, ການ​ກໍ່ສ້າງ​ຊົນນະບົດ​ໃຫມ່, ​ແກ້​ໄຂ​ສະພາບ​ຫນີ້​ເສຍ.

        ອະພິປາຍ​ກ່ຽວ​ກັບ​ຄວາມ​ຄືບ​ຫນ່າ​ໃນ​ການ​ປະຕິບັດ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃຫມ່,​ທ່ານ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ລົງທຶນ​ຫວຽດນາມ ບຸ່ຍ​ກວາງ​ວີ​ງ ​ໃຫ້​ຮູ້​ວ່າ:

        “ປະຈຸ​ບັນ ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ທ້ອງ​ຖິ່ນ, ກະຊວງ, ຂະ​ແຫນງ​ການ​ຍັງ​ຊັກ​ຊ້າ​ຢູ່, ສະ​ນັ້ນ ກະຊວງ​ແຜນການ ​ແລະ ການ​ລົງທຶນ​ໄດ້​ຍື່ນ​ສະ​ເຫ​ນີຕໍ່ລັດຖະບານ ຄຳ​ສັ່ງ​ກ່ຽວ​ກັບ​ການ​ແບ່ງ​ວຽກ​ງານ​ຜັນ​ຂະຫຍາຍ​ແຕ່​ລະ​ຫນ້າ​ທີ່, ​ແຕ່ລະ​ແຜນ​ຮ່າງ​ໃຫ້​ແກ່​ແຕ່ລະ​ທ້ອງ​ຖິ່ນ, ກະຊວງ, ຂະ​ແຫນງ​ການ​ເພື່ອ​ຊຸກຍູ້​ການ​ປະຕິບັດ​ແຜນ​ຮ່າງ​ດັ່ງກ່າວ​ໃຫ້​ແຂງ​ແຮງ​ກວ່າ.”

        ກ່ຽວ​ກັບ​ນະ​ໂຍບາຍ​ສຳລັບ​ຜູ້​ທຸກ​ຍາກ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ງ ​ເວົ້າ​ວ່າ:

        “ລັດຖະບານ​ໄດ້​ປະຕິບັດ​ຫລາຍ​ກົນ​ໄກ​ນະ​ໂຍບາຍ​ເພື່ອ​ຫນູນ​ຊ່ວຍ​​ໃຫ້​ແກ່​ປະຊາຊົນ ​ແລະ ຊາວ​ກະສິກອນ. ລັດຖະບານ​ພວມ​ກວດກາ​ນະ​ໂຍບາຍ​ຄືນ​ເພື່ອ​​ເປີດ​ກວ້າງ​ນະ​ໂຍບາຍ​ໃຫ້​​ແກ່ຄອບຄົວ​ທີ່ໃກ້​ຈະ​ຖື​ກຈັດ​ເຂົ້າ​ໃນ​ລະດັບ​ຄອບຄົວ​ທຸກ​ຍາກ.

ຂ່າວ/ບົດ​ອື່ນ