ສືບຕໍ່ການເຄື່ອນໄຫວຂອງທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ຢູ່ລັດເຊຍ

ສືບຕໍ່ການເຄື່ອນໄຫວຂອງທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ຢູ່ລັດເຊຍ - ảnh 1
ການ​ເຄື່ອນໄຫວ​ຂອງ​ທ່ານຮອງ​ນາຍົກລັດຖະມົນຕີ ຫງວຽນທ້ຽນ​ເຍີນ ຢູ່​ລັດ​ເຊຍ
(ພາບ: baonga.com)


(vovworld) - ​​ ຕອນ​ບ່າຍ​ວັນ​ທີ 17 ກັນຍາ, ​ໃນ​ຂອບ​​ເຂດ​ການ​ຢ້ຽມຢາມ​ສະຫະພັນ​ລັດ​ເຊຍ, ທ່ານ ຫງວຽນ​ທ້ຽນ​ເຍີນ, ກຳມະການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີ, ປະທານ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ມີ​ການ​ພົບ​ປະ ​ແລະ ​ແລ​ກປ່ຽນ​ກັບ​ທ່ານ Alexander Pogalko ຜູ້​ຮັກສາ​ການ​ກະຊວງ​ສຶກສາ ​ແລະ ວິທະຍາສາດ​ສະຫະພັນ​ລັດ​ເຊຍ. ທ່ານ Alexander Pogalko ຊົມ​ເຊີຍ​ຄະນະ​ຜູ້​ແທນ​ຫວຽດນາມ ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ນຳໜ້າ​​ມາຢ້ຽມຢາມ​ລັດ​ເຊຍ ​ແລະ ມີ​ບັນດາ​ການ​ເຄື່ອນ​ໄຫວ​ຢ່າງ​ແທດ​ຈິງ​​ເປັນ​ເວລາ 3 ວັນ​ດ້ວຍຜົນງານທີ່​ໄດ້​ຮັບ​ແມ່ນ​ໜ້າ​ສົ່ງ​ເສີມ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຊຸ​ກຍູ້​ການ​ພົວພັນຮ່ວມ​ມືຍຸດ​ທະ​ສາດໃນ​ຂົງ​ເຂດ​ການສຶກສາ, ບຳລຸງ​ສ້າງ, ຄົ້ນຄວ້າ, ນຳ​ໃຊ້​ວິທະຍາສາດ, ເຕັກ​ໂນ​ໂລ​ຊີ ​ໃນ​ໄລຍະ​ຈະ​ມາ​ເຖິງ. ສ່ວນ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ​ໄດ້ຢືນຢັນ​ບົດບາດ​ທີ່​ໃຫຍ່​ຫຼວງ​ຂອງ​​ໂຊ​ຫວຽດ​ເກົ່າ ​ແລະ ສະ​ຫະພັນ​ລັດ​ເຊຍ ​ໃນ​ປະຈຸ​ບັນ ​ໃນ​ວຽກ​ງານ​ບຳລຸງ​ສ້າງ​ຖັນ​​ແຖວ​ພະນັກງານທີ່​ມີ​ລະດັບ​ຄວາມ​ຮູ້​​ສູງ​ໃນ​ທຸກ​ຂົງ​ເຂດ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ກໍ່​​ແນະນຳ​ສະພາບ​ການ​ສຶກສາ, ບຳລຸງ​ສ້າງ​ຢູ່​ຫວຽ​ດນາມ ​ແລະ ການ​ພົວພັນຮ່ວມ​ມື​ລະຫວ່າງ​ຫວຽດນາມ ກັບ​ສາກົນ​ໃນ​ຂົງ​ເຂດ​ນີ້.

        “ການ​ສຶກສາ​ຢູ່​ຫວຽດນາມ ​ໄດ້​ປະກອບສ່ວນ​​ຢ່າງ​ຕັ້ງໜ້າເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ ​ແຕ່​ຍັງ​ອ່ອນດ້ອຍ​ຢູ່. ​ຍ້ອນ​ວິວັດ​ການ​ປະຫວັດ​ສາດ​ປະ​ໄວ້​ ສະ​ນັ້ນ ​ປະຈຸ​ບັນ​ໃນ​ຈຳນວນ​ຄົນ​ງານ​ທຳ​ມະ​ດານັ້ນ, ຜູ້​ທີ່ໄດ້​ຮັບ​ການ​ບຳລຸງ​ສ້າງ​ກວມ 50% ​ ​ແລະ ​ໃນນັ້ນ​ຜູ້ທີ່​ໄດ້​ຮັບ​ການ​ບຳລຸງ​ສ້າງ​ລະດັບ​ມະຫາວິທະຍາ​ໄລມີ​ພຽງ 10% ​ເທົ່າ​ນັ້ນ. ສ່ວນ 50% ​ແມ່ນ​ບໍ່​ທັນ​ມີ​ໃບ​ປະກາດ, ຈຳ​ເປັນຕ້ອງ​​ໄດ້​ຮັບ​ການບຳລຸງ​ສ້າງ​ຄືນ​ໃໝ່. ກ່ຽວ​ກັບ​ຄຸນ​ນະພາບ​ຂອງ​ຄູ່​ອາຈານ ຢູ່​ລະດັບສາມັນ​ສຶກສາເບິ່ງ​ລວມ​ແລ້ວ​ແມ່ນ​ຕອບສະໜອງ​ໄດ້, ສ່ວນ​ຢູ່​ລະດັບ​ມະຫາວິທະຍາ​ໄລ​​ແມ່ນບໍ່​ທັນ​ຕອບ​ສະ​ໜອງ​ໄດ້. ​ເພາະສະ​ນັ້ນ, ພວກ​ຂ້າພະ​ເຈົ້າມີ​​ໂຄງການ​​ໃນໄລຍະ 2010 ຮອດ 2020 ສົ່ງ​ພະນັກງານ​ໄປ​ຮຽນ​ຢູ່​ຕ່າງປະ​ເທດ​ເພື່ອ​ຍົກ​ສູງ​ລະດັບ​ດ້ານພາສາ​ຕ່າງປະ​ເທດ, ຍົກ​ສູງ​ລະດັບ​ດ້ານມະຫາວິທະຍາ​ໄລ”.

ຂ່າວ/ບົດ​ອື່ນ