ສືບຕໍ່ຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງຢູ່ຫວຽດນາມ

(VOVWORLD) -ໂຄງການໄດ້ຮັບການຜັນຂະຫຍາຍມາແຕ່ປີ 2014 ແລະ ສິ້ນສຸດລົງໃນປີ 2019 ເພື່ອແນໃສ່ໜູນຊ່ວຍການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ, ຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງໃຫ້ແກ່ຫວຽດນາມ
ສືບຕໍ່ຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງຢູ່ຫວຽດນາມ - ảnh 1(ກອງປະຊຸມສະຫຼຸບ)

ວັນທີ 14 ມັງກອນ, ຢູ່ຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ ໄດ້ສົມທົບກັບທະນາຄານໂລກ ຈັດກອງປະຊຸມສະຫຼຸບໂຄງການ “ຍູ້ແຮງການປ່ຽນແປງໃໝ່ປະດິດຄິດສ້າງຜ່ານການຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີ” - ໂຄງການ FIRST. ໂຄງການໄດ້ຮັບການຜັນຂະຫຍາຍມາແຕ່ປີ 2014 ແລະ ສິ້ນສຸດລົງໃນປີ 2019 ເພື່ອແນໃສ່ໜູນຊ່ວຍການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ, ຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງໃຫ້ແກ່ຫວຽດນາມ ຜ່ານການທົດລອງປະຕິບັດບາງນະໂຍບາຍໃໝ່. ທ່ານຮອງສາດສະດາຈານ, ປອ ເຈິ່ນກວ໊ກທັ໊ງ, ຫົວໜ້າຄະນະຕິດຕາມກວດກາໂຄງການ FIRST, ເນັ້ນໜັກວ່າ.

          “ໜຶ່ງໃນບັນດາຈຸດໃໝ່ຂອງບັນດາໂຄງການເຊິ່ງ FIRST ອຸປະຖຳແມ່ນມີການຮ່ວມສຳພັນ ແລະ ແຜ່ຂະຫຍາຍ. ນັ້ນແມ່ນການຮ່ວມສຳພັນລະຫວ່າງບັນດາວິສາຫະກິດ ແລະ ບັນດາສະຖາບັນ, ໂຮງຮຽນ ຜ່ານການທົດລອງກ່ຽວກັບສະພາບແວດລ້ອມ, ກົນໄກນະໂຍບາຍຂອງ FIRST, ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອນຳເອົາບັນດາຜະລິດຕະພັນທີ່ມີມູນຄ່າເພີ່ມສູງໄປວາງຂາຍໃນທ້ອງຕະຫຼາດ.”

          ພາຍຫຼັງໂຄງການ FIRST, ທະນາຄານໂລກໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ເພີ່ມທະວີການໜູນຊ່ວຍ, ຊຸກຍູ້ການປ່ຽນແປງໃໝ່ມີປະດິດຄິດສ້າງຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ