ສືບຕໍ່ຊຸກຍູ້ການພົວພັນການຕ່າງປະເທດຢ່າງມີປະສິດທິຜົນ, ແທດຈິງ

(VOVWORLD) -ໃນປີ 2019 ຄະນະພົວພັນຕ່າງປະເທດສູນກາງ ສືບຕໍ່ເພີ່ມທະວີ ແລະ ເປີດກວ້າງການພົວພັນການຕ່າງປະເທດຂອງພັກ, ນຳວຽກງານການຕ່າງປະເທດສືບຕໍ່ເຂົ້າສູ່ລວງເລິກ, ມີປະສິດທິຜົນ, ແທດຈິງ.
ສືບຕໍ່ຊຸກຍູ້ການພົວພັນການຕ່າງປະເທດຢ່າງມີປະສິດທິຜົນ, ແທດຈິງ - ảnh 1ທ່ານເຈີນກວັກເວື້ອງ ກ່າວຄໍາເຫັນຊີ້ນໍາກອງປະຊຸມ (ພາບ:VGP/Huy Thang) 

ສືບຕໍ່ຊຸກຍູ້ການພົວພັນການຕ່າງປະເທດຢ່າງມີປະສິດທິຜົນ, ແທດຈິງ ນັ້ນແມ່ນຄຳຊີ້ນຳຂອງທ່ານເຈີນກວັກເວື້ອງ, ຜູ້ປະຈຳການຄະນະເລຂາສູນກາງພັກ ທີ່ກອງປະຊຸມສະຫລຸບວຽກງານການຕ່າງປະເທດປີ 2018 ແລະ ຜັນຂະຫຍາຍຫນ້າທີ່ປີ 2019 ຂອງຄະນະກຳມະການພົວພັນຕ່າງປະເທດສູນກາງ ໄດ້ດຳເນີນໃນຕອນເຊົ້າວັນທີ 10 ມັງກອນ ຢູ່ ຮ່າໂນ້ຍ. ທ່ານ ເຈີນກວັກເວື້ອງ ເນັ້ນຫນັກວ່າ: ຈຸດສຸມຂອງວຽກງານການຕ່າງປະເທດຂອງພັກ ແມ່ນສືບຕໍ່ຊຸກຍູ້ບັນດາການພົວພັນການຕ່າງປະເທດຂອງພັກເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ, ແທດຈິງ. ຄະນະພົວພັນຕ່າງປະເທດສູນກາງ ຄວນກະກຽມບັນດາການເຄື່ອນໄຫວໃຫຍ່ຂອງການນຳພັກ, ສົມທົບຢ່າງແຫນ້ນແຟ້ນລະຫວ່າງວຽກງານການຕ່າງປະເທດຂອງພັກກັບການທູດລັດ ແລະ ການຕ່າງປະເທດປະຊາຊົນ, ສ້າງກຳລັງແຮງສັງລວມຂອງທັງລະບົບການເມືອງໃນແນວໂຮມການຕ່າງປະເທດ. ທີ່ກອງປະຊຸມ ທ່ານ ຮ່ວາງບີງກວັນ, ຫົວຫນ້າຄະນະພົວພັນຕ່າງປະເທດສູນກາງ ໄດ້ຢືນຢັນ: ໃນປີ 2019 ຄະນະພົວພັນຕ່າງປະເທດສູນກາງ ສືບຕໍ່ເພີ່ມທະວີ ແລະ ເປີດກວ້າງການພົວພັນການຕ່າງປະເທດຂອງພັກ, ນຳວຽກງານການຕ່າງປະເທດສືບຕໍ່ເຂົ້າສູ່ລວງເລິກ, ມີປະສິດທິຜົນ, ແທດຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ