ສືບຕໍ່ຊຸກຍູ້ການພົວພັນອີຕາລີ-ຫວຽດນາມໃຫ້ຂື້ນສູ່ບັນດາລະດັບສູງໃໝ່

ສືບຕໍ່ຊຸກຍູ້ການພົວພັນອີຕາລີ-ຫວຽດນາມໃຫ້ຂື້ນສູ່ບັນດາລະດັບສູງໃໝ່ - ảnh 1
​ທ່​ານ​ນາງຮອງ​ປະ​ທານ​ສະ​ພາ​ຕ່ຳ​ອີ​ຕາ​ລີ Marina Sereni
(ພາບ​ປະ​ກອບ: ilpost)

(vovworld) - ສືບ​ຕໍ່​ຊຸກຍ​ູ້​ການ​ພົວ​ພັນ​ອີ​ຕາ​ລີ - ຫວຽດ​ນາມ​ ໃຫ້​ຂື້ນ​ສູ່​ບັນ​ດາ​ລະ​ດັບ​ສູງ​ໃໝ່, ນີ້​ແມ່​ນ​ຄຳ​ຢືນ​ຢັນ​ຂອງ​ທ່​ານ​ນາງຮອງ​ປະ​ທານ​ສະ​ພາ​ຕ່ຳ​ອີ​ຕາ​ລີ Marina Sereni ໃນ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 71 ປີ​ແຫ່ງວັນ​ຊາດ​ຫວຽດ​ນາມ (02/09) ໂດຍ​ສະ​ຖານ​ທູ​ດ​ຫວຽດ​ນາມ ປະ​ຈຳ​ອີ​ຕາ​ລີ ຈ​ັດ​ຕັ້ງ ໃນ​ວັນ​ທີ 16/09. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ນາງ Sereni ​ໄດ້​ເນ​ັ້ນ​ໜັກ​ເຖິງ​ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ ທີ່​ພວມ​ພັດ​ທະ​ນາ​ຢ່າງ​ດີ​ງາມ, ບໍ່​ພ​ຽງ​ແຕ່​ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ຄ້າ ແລະ ວັດ​ທະ​ນະ​ທຳ​ເທົ່າ​ນັ້ນ, ຫາກ​ຍັງ​ເປີດກ​ວ້າງ​ອອກ​ສູ່​ຫຼາຍ​ຂົງ​ເຂດ​ຄື: ການ​ສຶກ​ສາ, ທ່ອງ​ທ່ຽວ​ອີກ​ດ້ວຍ. ໃນ 3 ປີ​ຜ່ານ​ມາ, ມູນ​ຄ່າ​ຮ່ວມ​ມື​ດ້ານ​ການ​ຄ້າ​ລະ​ຫວ່າງ 2 ປະ​ເທດໄດ້​ເພີ່ມ​ຂຶ້ນ​ທົບ 2 ເທົ່າ, ຊ່ວຍ​ໃຫ້​ຫວຽດ​ນາມ ກາຍ​ເປັນ​ຄູ່​​ຮ່ວມ​ມື​ລາຍ​ໃຫຍ່​ທີ່​ສຸດ​ຂອງ​ອີ​ຕາ​ລີ ໃນ​ກຸ່ມ​ອາ​ຊຽນ.

        ສ່ວນ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ອີ​ຕາ​ລ​ີ ກາວ​ຈິ໋ງ​ທ້ຽນ ຢືນ​ຢັນ​ວ່າ ການ​ພົວ​ພ​ັນ​ລະ​ຫວ່າ​ອີ​ຕາ​ລີິ - ຫວຽດ​ນາມ ໄດ້​ພັດ​ທະ​ນາ​ຢ່າງ​ຕໍ່​ເນື່ອງ, ຕັ້ງ​ໜ້າ​ໃນ​ໄລ​ຍະ​ຜ່ານ​ມາ ແລະ ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຂອງປະ​ທານ​ປະ​ເທດ​ຫວຽດ​ນາມ ເຖິງ​ອີ​ຕາ​ລີ ແລະ ການ​ຢ້ຽມ​ຢາມ​ຂອງ​ປະ​ທານ​ສະ​ພາ​ສູງ​ອີ​ຕາ​ລີ​ເຖິງ​ຫວຽດ​ນາມ ແມ່ນ 2 ໃນ​ບັນ​ດາ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ເຊິ່ງ​ຈະ​ດຳ​ເນີນ​ແຕ່ນີ້​ຮອດ​ທ້າຍ​ປີ.

ຂ່າວ/ບົດ​ອື່ນ