ສ​ືບ​ຕໍ່​ຍູ້​ແຮງ, ຍົກ​ສູງ​​ພາບພົດ, ບົດ​ບາ​ດ​ຂອງ ຫວຽດ​ນາມ ໃນ​ເວ​ທີ​ປາ​ໄສ UNESCO

(VOVWORLD) -   ວັນທີ 12 ມັງກອນ, ຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ໄດ້ຈັດຕັ້ງກອງປະຊູມສະຫຼຸບວຽກງານປີ 2021 ແລະ ກຳນົດທິດທາງວຽກງານປີ 2022.
ສ​ືບ​ຕໍ່​ຍູ້​ແຮງ, ຍົກ​ສູງ​​ພາບພົດ, ບົດ​ບາ​ດ​ຂອງ ຫວຽດ​ນາມ ໃນ​ເວ​ທີ​ປາ​ໄສ UNESCO - ảnh 1ທ່ານ ດັ້ງຮ່ວາງຢ່າງ ປະທານ ຄະນະກຳມະການແຫ່ງຊາດ UNESCO ກ່າວຄຳເຫັນທີ່ກອງປະຊຸມ (ພາບ: ຄະນະຈັດຕັ້ງ)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດັ້ງຮ່ວາງຢ່າງ ປະທານ ຄະນະກຳມະການແຫ່ງຊາດ UNESCO ໃຫ້ຮູ້ວ່າ, ໃນປີ 2021, ສະພາບໂລກ ແລະ ພາກພື້ນສືບຕໍ່ເຄື່ອນໄຫວຢ່າງໄວວາ, ສັບສົນ ແລະ ມີຄວາມປ່ຽນແປງທີ່ສຳຄັນຫຼາຍຢ່າງ. ໂລກລະບາດໂຄວິດ - 19 ໄດ້ກໍ່ຜົນກະທົບຕໍ່ທຸກດ້ານເສດຖະກິດ - ສັງຄົມຂອງໂລກ. ໃນຂະນະນັ້ນ, ທ່ານ ດັ້ງຮ່ວາງຢ່າງ ເນັ້ນໜັກວ່າ ຫວຽດນາມ ໄດ້ສຳເລັດອາຍຸການເປັນ ກຳມະການບໍ່ຖາວອນສະພາຄວາມໝັ້ນຄົງ ສປຊ 2020 – 2021, ສະແດງໃຫ້ເຫັນພາບພົດປະເທດໜຶ່ງທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບໃນບັນດາເວທີປາໄສສາກົນ, ໃນນັ້ນມີ UNESCO. ການພົວພັນ ຫວຽດນາມ ແລະ UNESCO ສືບຕໍ່ໄດ້ເພີ່ມທະວີ ແລະ ພັດທະນາຢ່າງດີງາມ, ໂດຍສະເພາະແມ່ນພາຍຫຼັງການຢ້ຽມຢາມ UNESCO ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃນເດືອນພະຈິກປີ 2021 ແລະ 2 ຝ່າຍໄດ້ລົງນາມບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງ ລັດຖະບານ ຫວຽດນາມ ແລະ UNESCO ໄລຍະ 2021 – 2025.

        ເພື່ອຍົກສູງພາບພົດ, ບົດບາດຂອງ ຫວຽດນາມຢູ່ເວທີປາໄສ UNESCO ໃນປີ 2022, ຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ຕ້ອງເສີມຂະຫຍາຍບົດບາດເປັນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການຢູ່ສະພາບໍລິຫານງານ UNESCO ອາຍຸການ 2021 -2025 ແລະ ຄະນະກຳມະການລະຫວ່າງລັດຖະບານສົນທິສັນຍາ 2005 ວ່າດ້ວຍການປົກປັກຮັກສາ ແລະ ເສີມຂະຫຍາຍຄວາມຫຼາຍຮູບຫຼາຍແບບການເຄື່ອນໄຫວວັດທະນະທຳໃນອາຍຸການ 2021 – 2025; ຜັນຂະຫຍາຍ ບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງ ລັດຖະບານ ຫວຽດນາມ ແລະ UNESCO ໄລຍະ 2021 – 2025.

ຕອບກັບ

ຂ່າວ/ບົດ​ອື່ນ