ສືບຕໍ່ຍູ້ແຮງການຮຳ່ຮຽນ ແລະ ປະຕິບັດຕາມ ແບບຢ່າງຄຸນສົມບັດປະທານໂຮ່ຈີມິນ

ສືບຕໍ່ຍູ້ແຮງການຮຳ່ຮຽນ ແລະ ປະຕິບັດຕາມ ແບບຢ່າງຄຸນສົມບັດປະທານໂຮ່ຈີມິນ - ảnh 1
(ກອງ​ປະຊຸມ​ກ່ຽວ​ກັບ​ການ​ປະຕິບັດ​ຄຳ​ສັ່ງ 03 ຂອງ​ກົມ​ການ​ເມືອງ​)

(vovworld) – ຕອນ​ເຊົ້າ​ວັນ​ທີ 28/10, ຢູ່​ຮ່າ​ໂນ້ຍ, ຄະນະ​ເລຂາ​ສູນ​ກາງພັກ​ກອມ​ມູນິດຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ກັບ​ຄະນະ​ພັກ​ທີ່​ຂຶ້ນ​ກັບ​ສູນ​ກາງ, ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ມະຫາຊົນ, ສັງຄົມ ກ່ຽວ​ກັບ​ການ​ປະຕິບັດ​ຄຳ​ສັ່ງ 03 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ “ສືບ​ຕໍ່​ຍູ້​ແຮງ​ການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈີ​ມິນ“ . ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ສະ​ເໜີ​ ​ມາດ​ຕະການຕ່າງໆ ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບການ​ປະຕິບັດ​ບັ້ນ​ຂົນຂວາຍ, ​ໃນ​ນັ້ນ​ສຸມ​ໃສ່​ຊີ້​ນຳ​ໃຫ້​ຄະນະ​ພັກ​ສົມທົບ​ກັນ​ປະຕິບັດ​ຄຳ​ສັ່ງ 03 ​ແລະ​ ບົດບາດ​ທີ່​ເປັນ​ແບບຢ່າງ​ຂອງ​ພະນັກງານ​ການ​ນຳ. ທ່ານ ​ເຈິ່ນຮົ່ງຮ່າ, ຮອງ​ເລຂາ​ຄະນະ​ພັກກຸ່່ມບັນດາ​ອົງການ​ສູນ​ກາງ, ຖື​ວ່າ:

        “ການ​ນຳ​ຄຸ້ມ​ຄອງ, ພິ​ເສດ​ແມ່ນ​ຫົວໜ້າ​ຕ້ອງ​ເປັນ​ແບບຢ່າງ, ນີ້​ແມ່ນ​ບັນຫາ​ເປັນຕາ​ຍຂອງ​ເລື່ອງ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈີ​ມິນ. ດັ່ງ​ນັ້ນ​ຂ້າພະ​ເຈົ້າ​ສະ​ເໜີ​ກົມ​ການ​ເມືອງ, ຄະນະ​ເລຂາ​ຍູ້​ແຮງ​ການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ປະທານ​ໂຮ່ຈີ​ມິນ​ໃນ​ຄະນະ​ບໍລິຫານ​ງານ​ສູນ​ກາງ, ​ໃນ​ຖັນ​ແຖວ​ຜູ້ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ​ທ້ອງ​ຖີ່​ນສັງກັດ​ສູນ​ກາງ“.

        ກ່າວ​ຄຳ​ເຫັນ​ສະຫຼຸບ​ກອງ​ປະຊຸມ, ທ່ານ ​ໂຕ​ຮູ​ຍ​ເຣື໋ອ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ, ຊີ້​ແຈ້ງວ່າ:

        “ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈີ​ມິນ​ແມ່ນ​ວຽກ​ງານ​ຍາວ​ນານ. ຂ້າພະ​ເຈົ້າ​ສະ​ເໜີ​ຕ້ອງ​ຊາບ​ຊືມປັດ​ໃຈ​ນີ້​ຢ່າງ​ເລິກ​ເຊິ່ງ ​ແລະ ຍາມ​ໃດ​ກໍ່​ຕ້ອງ​ຕິດ​ພັນ​ກັບ​ໜ້າ​ທີ່​ການ​ເມືອງ, ຕິດ​ພັນ​ກັບ​ການ​ປະຕິບັດ​ມະຕິ​ທີ 4 ຂອງສູນ​ກາງ​ພັກ. ອີງ​ໃສ່​ແຕ່ລະ​ແຫ່ງ, ​ແຕ່ລະ​ເງື່ອນ​ໄຂ ​ເພື່ອ​ສຸມ​ໃສ່​ແກ້​ໄຂ​ຄວາມ​ອ່ອນ​ດ້ອຍ​ໃຫ້​ໄດ້ “.

ຂ່າວ/ບົດ​ອື່ນ