ສືບຕໍ່ບໍລິຫານລາຄາຢ່າງລະມັດລະວັງ, ມີໄຫວພິບ, ໜູນຊ່ວຍການປະຕິບັດ “ເປົ້າໝາຍຄວບຄູ່”

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເລມິງຄ໊າຍ ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ບັນດາອົງການທີ່ກ່ຽວຂ້ອງປະຕິບັດວຽກງານຄຸ້ມຄອງ, ບໍລິຫານລາຄາ, ຄວບຄຸມໄພເງິນເຟີ້ປີ 2021 ຕາມພາລະໜ້າທີ່ຂອງຕົນ
ສືບຕໍ່ບໍລິຫານລາຄາຢ່າງລະມັດລະວັງ, ມີໄຫວພິບ, ໜູນຊ່ວຍການປະຕິບັດ “ເປົ້າໝາຍຄວບຄູ່” - ảnh 1(ພາບປະກອບ: TTXVN)

ຫ້ອງວ່າການລັດຖະບານຫາກໍ່ປະກາດມີເອກະສານທາງການກ່ຽວກັບວຽກງານບໍລິຫານລາຄາປີ 2021. ຕາມນັ້ນແລ້ວ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເລມິງຄ໊າຍ ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ບັນດາອົງການທີ່ກ່ຽວຂ້ອງປະຕິບັດວຽກງານຄຸ້ມຄອງ, ບໍລິຫານລາຄາ, ຄວບຄຸມໄພເງິນເຟີ້ປີ 2021 ຕາມພາລະໜ້າທີ່ຂອງຕົນທີ່ໄດ້ຮັບມອບໝາຍຢ່າງລະມັດລະວັງ, ມີໄຫວພິບ ແລະ ເປັນເຈົ້າການ, ສຸມໃສ່ເຂົ້າໃນການໜູນຊ່ວຍການປະຕິບັດ “ເປົ້າໝາຍຄວບຄູ່” ຂອງລັດຖະບານ, ຮັກສາລາຄາເປັນປົກກະຕິເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດ, ດຳເນີນທຸລະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ, ທັງໜູນຊ່ວຍຊູກຍູ້ການເຕີບໂຕທາງດ້ານເສດຖະກິດ. ຄຽງຂ້າງນັ້ນ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ້ອງເປັນເຈົ້າການ, ສົມທົບກັນຢ່າງແໜ້ນແຟ້ນ, ເຂັ້ມງວດໃນການຜັນະຫຍາຍຄຳສັ່ງຊີ້ນຳຂອງລັດຖະບານ, ນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນຳການບໍລິຫານລາຄາ; ເພີ່ມທະວີວຽກງານກວດກາວິຊາສະເພາະ, ຫົວເລື່ອງກ່ຽວກັບລາຄາ, ຕິດຕາມລາຄາໃນທ້ອງຕະຫຼາດ ແລະ ການບໍລິຫານເສດຖະກິດມະຫາພາກ.

ຕອບກັບ

ຂ່າວ/ບົດ​ອື່ນ