ສືບຕໍ່ປຶກສາຫາລືກ່ຽວກັບ TPP ໃນເດືອນ ກັນຍາ ຈະມາເຖິງຢູ່ ຍີ່ປຸ່ນ

(VOVWORLD) - ກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ຂອງ 11 ປະເທດຍັງເຫຼືອ ເຂົ້າຮ່ວມການເຈລະຈາສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP) ຢູ່ Sydney, ອົດສະຕາລີ ໄດ້ສິ້ນສຸດລົງໃນວັນທີ 30 ສິງຫາ ພາຍຫລັງການປຶກສາຫາລືມາເປັນເວລາ 3 ວັນ.

ປະກາດໝາກຜົນແຫ່ງການປະຊຸມຕໍ່ວົງການນັກຂ່າວ, ຫົວໜ້າຄະນະເຈລະຈາ ຍີ່ປຸ່ນ ທ່ານ Kazuyoshi Umemoto ໃຫ້ຮູ້ວ່າ: ບັນດາຜູ້ແທນເຫັນດີເປັນເອກະພາບ ຈະປະຊຸມຄືນໃໝ່ຢູ່ ຍີ່ປຸ່ນ ໃນເດືອນ ກັນຍາ ຈະມາເຖິງ, ດ້ວຍຄວາມຫວັງວ່າ ສາມາດບັນລຸໄດ້ບັນດາຂໍ້ຕົກລົງສຸດທ້າຍກ່ຽວກັບ TPP ກ່ອນທີ່ດຳເນີນກອງປະຊຸມສຸດຍອດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC), ທີ່ຈະດຳ ເນີນຢູ່ ຫວຽດນາມ ໃນເດືອນ ພະຈິກ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ