ສືບ​ຕໍ່​ປັບ​ປຸງ, ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມື​ຂອງ​ຂະ​ແໜງ​ຍຸ​ຕິ​ທຳ ສອງ​ປະ​ເທດ ຫວຽດ​ນາມ - ລາວ ຢ່າງ​ຮອບ​ດ້ານ

(VOVWORLD) - ພິທີສະເຫຼີມສະຫຼອງ 40 ປີແຫ່ງການຮ່ວມມືລະຫວ່າງກະຊວງຍຸຕິທຳ ຫວຽດນາມ ແລະ ກະຊວງຍຸຕິທຳລາວໄດ້ຈັດຕັ້ງໃນຕອນເຊົ້າວັນທີ 24 ສິງຫາ, ຢູ່ແຂວງເງະອານ.

ສືບ​ຕໍ່​ປັບ​ປຸງ, ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມື​ຂອງ​ຂະ​ແໜງ​ຍຸ​ຕິ​ທຳ ສອງ​ປະ​ເທດ ຫວຽດ​ນາມ - ລາວ ຢ່າງ​ຮອບ​ດ້ານ - ảnh 1ທ່ານ ເລແທັງລອງ ລັດຖະມົນຕີກະຊວງຍຸຕິທຳ ຫວຽດນາມ ກ່າວຄຳເຫັນທີ່ພິທີ (ພາບ: baonghean.vn)

ທີ່ພິທີສະເຫຼີມສະຫຼອງ, ທ່ານ ເລແທັງລອງ ລັດຖະມົນຕີກະຊວງຍຸຕິທຳ ຫວຽດນາມ ເນັ້ນໜັກວ່າ ກະຊວງຍຸຕິທຳ ຫວຽດນາມ ໃຫ້ຄຳໝັ້ນສັນຍາສືບຕໍ່ໜູນຊ່ວຍກະຊວງຍຸຕິທຳ ລາວ ຈົນສຸດຄວາມສາມາດຂອງຕົນ, ຜ່ານນັ້ນປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືດ້ານກົດໝາຍ ແລະ ຍຸຕິທຳ.

        ສ່ວນທ່ານລັດຖະມົນຕີກະຊວງຍຸຕິທຳລາວ ໄພວີ ສີບົວລິພາ ໄດ້ສະແດງຄວາມຂອບອົກຂອບໃຕຕໍ່ການປະກອບສ່ວນ, ການຊ່ວຍເຫຼືອຂອງຂະແໜງຍຸຕິທຳ ຫວຽດນາມ ຕໍ່ຂະແໜງຍຸຕິທຳລາວ, ພ້ອມທັງເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ ຂະແໜງຍຸຕິທຳສອງປະເທດ ຈະສະໜິດຕິດພັນຫຼາຍກ່ວາ, ມີການຮ່ວມມືພັດທະນາຢ່າງແຮງກ່ວາອີກ.

        ໃນໂອກາດນີ້, ສອງຝ່າຍກໍ່ໄດ້ມອບບັນດາຮູບການຍ້ອງຂັ້ນລັດປະດັບຫຼຽນທີ່ລະນຶກ “ເພື່ອພາລະກິດຍຸຕິທຳ ຫວຽດນາມ”, ມອບໃບຍ້ອງຍໍຂອງລັດຖະມົນຕີກະຊວງຍຸຕິທຳ ຫວຽດນາມ ແລະ ລັດຖະມົນຕີກະຊວງຍຸຕິທຳ ລາວ ໃຫ້ແກ່ສ່ວນບຸກຄົນ, ອົງການຈັດຕັ້ງທີ່ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການພົວພັນຮ່ວມມືລະຫວາງສອງຂະແໜງ ຫວຽດນາມ - ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ