ສືບຕໍ່ປະກອບສ່ວນເຂົ້າໃນການສ້າງ,ພັດທະນາການພົວພັນຫວຽດນາມ-ອາເມລິກາ

(VOVWORLD) - ວັນທີ 22 ມັງກອນ, ຢູ່ຮ່າໂນ້ຍ, ສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ໄດ້ຈັດພິທີມອບໃບຍ້ອງຍໍ ແລະ ຫຼຽນກາທີ່ລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງບັນດາປະຊາຊາດ”

ສືບຕໍ່ປະກອບສ່ວນເຂົ້າໃນການສ້າງ,ພັດທະນາການພົວພັນຫວຽດນາມ-ອາເມລິກາ - ảnh 1ສືບຕໍ່ປະກອບສ່ວນເຂົ້າໃນການສ້າງ,ພັດທະນາການພົວພັນຫວຽດນາມ-ອາເມລິກາ

(ພາບປະກອບ: TTXVN)

ໃຫ້ໝູ່ຄະນະ ແລະ ສະມາຊິກຂອງອົງການຈັດຕັ້ງ “ອະດີດທະຫານອາເມລິກາ ເຂົ້າຮ່ວມສົງຄາມຢູ່ຫວຽດນາມ” (VVA) ຈຳນວນໜຶ່ງ. ບັນດາລາງວັນນີ້ແມ່ນເພື່ອແນໃສ່ຮັບຮູ້ການປະກອບສ່ວນຢ່າງຕັ້ງໜ້າຂອງໝູ່ຄະນະ ແລະ ບັນດາສ່ວນບຸກຄົນທີ່ສັງກັດອົງການຈັດຕັ້ງ VVA ເຂົ້າໃນການສ້າງ, ການພັດທະນາການຫັນການພົວພັນລະຫວ່າງຫວຽດນາມ - ອາເມລິກາ ເປັນປົກກະຕິ. ກ່າວຄຳເຫັນທີ່ພິທີ, ທ່ານຮອງປະທານຜູ້ຮັບຜິດຊອບສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ດົນຕ໋ວນຟອງ ໃຫ້ຮູ້ວ່າ: ນັບແຕ່ປີ 1994 ມາຮອດປະຈຸບັນ, ໂດຍຜ່ານ “ລາຍການຂໍ້ລິເລີ່ມຂອງອະດີດນັກຮົບ”, ອົງການຈັດຕັ້ງ VVA ໄດ້ມອບໝາຍໃຫ້ກະຊວງປ້ອງກັນປະເທດຫວຽດນາມ ເອກະສານ ຈຳນວນ 300 ສະບັບ ແລະ ປະມານ 12.000 ກໍລະນີທະຫານຫວຽດນາມ ເສຍສະຫຼະຊີວິດ, ຫາຍສາບສູນໃນສົງຄາມ; ປະກອບສ່ວນຊ່ວຍຊອກຫາ ແລະ ທ້ອມໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຫວຽດນາມ ປະມານ 1.500 ຊຸດ. ຄຽງຂ້າງນັ້ນ, ອັງການຈັດຕັ້ງ VVA ພວມຮ່ວມມືກັບຊ່ອງໂທລະພາບອາເມລິກາ ຈຳນວນໜຶ່ງສາຍຮູບເງົາເອກະສານກ່ຽວກັບໝາກຜົນຂອງການຊອກຫາຜູ້ຫາຍສາບສູນຂອງທັງ 2 ຝ່າຍ…

ຕອບກັບ

ຂ່າວ/ບົດ​ອື່ນ