ສືບ​ຕໍ່​ປະ​ຕິ​ບັດ​ກົນ​ໄກ​ຊຳ​ລະ​ຄ່າ​ກວດ​, ປິ່ນ​ປົວ​ພະ​ຍາດ​ໃຫ້​ແກ່​ຄົນ​ເຈັບ​ຕິດ​ເຊື້​ອ​ ໂຄວິດ - 19

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ສະເໜີໃຫ້ກະຊວງສາທາລະນະສຸກ ແກ່ຍາວເວລາປະຕິບັດການຕໍ່ກຳນົດເວລາໃບຈົດທະບຽບຈຳໜ່າຍຢຸກຢາ; ສືບຕໍ່ປະຕິບັດກົນໄກຊຳລະຄ່າກວດ, ປິ່ນປົວພະຍາດໃຫ້ແກ່ຄົນເຈັບຕິດເຊື້ອໂຄວິດ - 19; ຕີລາຄາບັນດາລະບອບ, ນະໂຍບາຍຊ່ວຍເຫຼືອປະຊາຊົນ, ຮັບປະກັນການຊ່ວຍໜູນສັງຄົມ ຢ່າງເລິກເຊິ່ງ. 
ສືບ​ຕໍ່​ປະ​ຕິ​ບັດ​ກົນ​ໄກ​ຊຳ​ລະ​ຄ່າ​ກວດ​, ປິ່ນ​ປົວ​ພະ​ຍາດ​ໃຫ້​ແກ່​ຄົນ​ເຈັບ​ຕິດ​ເຊື້​ອ​ ໂຄວິດ - 19 - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວຄຳເຫັນທີ່ກອງປະຊຸມ  (ພາບ: VGP)

ຕອນເຊົ້າວັນທີ 27 ກັນຍາ, ກ່າວຄຳເຫັນທີ່ກອງປະຊຸມທາງໄກກັບທ້ອງຖິ່ນຕ່າງໆ ເພື່ອປະກອບຄຳເຫັນໃສ່ຮ່າງບົດລາຍງານຕີລາຄາການປະຕິບັດມະຕິເລກທີ 30 ຂອງສະພາແຫ່ງຊາດ ວ່າດ້ວຍນະໂຍບາຍປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ເນັ້ນໜັກວ່າ: ໂລກລະບາດໂຄວິດ - 19 ແມ່ນໂລກລະບາດທີ່ບໍ່ເຄີຍມີມາກ່ອນ, ກໍ່ຜົນກະທົບຕໍ່ເສດຖະກິດສັງຄົມສຳລັບບັນດາປະເທດໃນໂລກ, ນັບທັງປະເທດພັດທະນາ. ຢູ່ ຫວຽດນາມ, ທັງລະບົບການເມືອງໄດ້ ແລະ ກຳລັງເຂົ້າຮ່ວມດ້ວຍຈິດໃຈ “ຕ້ານໂລກລະບາດຄືຕ້ານສັດຕູ”, ຖືການປົກປ້ອງຊີວິດອິນຊີ, ສຸຂະພາບຂອງປະຊາຊົນແມ່ນເໜືອກວ່າສິ່ງໃດໝົດ. ໃນໄລຍະຊີ້ນຳປະຕິບັດການປ້ອງກັນ, ຕ້ານໂລກລະບາດ, ມີຫຼາຍບັນຫາເກີດຂຶ້ນໃໝ່ ເຊິ່ງຍັງບໍ່ທັນໄດ້ກຳນົດໃນກົດໝາຍ ຫຼື ຂໍ້ກຳນົດກົດໝາຍ, ລັດຖະບັນຍັດໃນປັດຈຸບັນ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ສະເໜີໃຫ້ກະຊວງສາທາລະນະສຸກ ແກ່ຍາວເວລາປະຕິບັດການຕໍ່ກຳນົດເວລາໃບຈົດທະບຽບຈຳໜ່າຍຢຸກຢາ; ສືບຕໍ່ປະຕິບັດກົນໄກຊຳລະຄ່າກວດ, ປິ່ນປົວພະຍາດໃຫ້ແກ່ຄົນເຈັບຕິດເຊື້ອໂຄວິດ - 19; ຕີລາຄາບັນດາລະບອບ, ນະໂຍບາຍຊ່ວຍເຫຼືອປະຊາຊົນ, ຮັບປະກັນການຊ່ວຍໜູນສັງຄົມ ຢ່າງເລິກເຊິ່ງ. ພ້ອມດຽວກັນນັ້ນ, ກະຊວງສາທາລະນະສຸກ ປັບປຸງ, ຊີ້ແຈ້ງບັນດາຂໍ້ຕິດຂັດກ່ຽວກັບລະບອບລະບຽບການໃຫ້ສົມບູນແບບ; ມີແຜນການກຽມພ້ອມຮັບມືກັບກໍລະນີທີ່ໂລກລະບາດມີການຜັນແປຢ່າງສັບສົນ ຫຼື ເກີດຂຶ້ນໃໝ່.


ຕອບກັບ

ຂ່າວ/ບົດ​ອື່ນ