ສືບ​ຕໍ່​ປ່ຽນ​ແປງ​ໃໝ່ ແລະ ເສີມ​ຂະ​ຫຍາຍ​ບົດ​ບາມ ຂ​ອງ ​ການ​ທູດ ປະ​ຊາ​ຊົນ​ໃນ​ສະ​ພາບ​ການ​ໃໝ່

(VOVWORLD) -ໂດຍປະຕິບັດຄຳສັ່ງຂອງ ຄະນະເລຂາທິການສູນກາງພັກ ກ່ຽວກັບ “ການສືບຕໍ່ປ່ຽນແປງໃໝ່, ເສີມຂະຫຍາຍບົດບາດ ແບະ ຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວຂອງສະຫະພັນບັນດາອົງການມິດຕະພາບໃນສະພາບການໃໝ່”, ສະຫະສະມາຄົມບັນດາອົງການມິດຕະພາບຫວຽດນາມ ສືບຕໍ່ເສີມຂະຫຍາຍບັນດາຜົນສຳເລັດທີ່ບັນລຸໄດ້ຂອງອາຍຸການຄັ້ງກ່ອນ.
ສືບ​ຕໍ່​ປ່ຽນ​ແປງ​ໃໝ່ ແລະ ເສີມ​ຂະ​ຫຍາຍ​ບົດ​ບາມ ຂ​ອງ ​ການ​ທູດ ປະ​ຊາ​ຊົນ​ໃນ​ສະ​ພາບ​ການ​ໃໝ່ - ảnh 1ການຖະແຫຼງຂ່າວຂອງສະຫະພັນບັນດາອົງການມິດຕະພາບ 

ພ້ອມກັບການພົວພັນທາງການທູດຂອງ ພັກ, ການຕ່າງປະເທດຂອງລັດ, ວຽກງານການທູດປະຊາຊົນຈະຊຸກຍູ້ການພົວພັນມິດຕະພາບຮ່ວມມື, ຍາດແຍ່ງການໜູນຊ່ວຍຂອງເພີ່ອນມິດສາກົນ, ເປັນຕົ້ນແມ່ນ ແຫຼ່ງທຶນໜູນຊ່ວຍບໍ່ຂຶ້ນກັບລັດຖະບານຂອງ ຕ່າງປະເທດໃນກິດຈະກຳສ້າງສາ ແລະ ພັດທະນາປະເທດຊາດ. ນີ້ແມ່ນຄຳຢັ້ງຢືນຂອງທ່ານ ບາກງອກຈຽນ ຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມຢູ່ການຖະແຫຼງຂ່າວກ່ອນດຳເນີນກອງປະຊຸມໃຫຍ່ຄັ້ງທີ 6 ອາຍຸການ 2019 – 2024, ເຊິ່ງໄດ້ຈັດຕັ້ງໃນວັນທີ 5 ທັນວາ ຢູ່ຮ່າໂນ້ຍ. ທ່ານ ກ່າວວ່າ:

        ປີ 2020ເປັນປີຄູ ດັ່ງນັ້ນມີຫຼາຍເຫດການການຕ່າງປະເທດດ້ານການເມືອງທີ່ຍິ່ງໃຫຍ່, ຄື ການສະເຫຼີມສະຫຼອງ 70 ປີ ແຫ່ງການພົວພັນທາງການທູດກັບ ຈີນ, ລັດເຊຍ ແລະ ບາງປະເທດ ເອີລົບຕາເວັນອອກ, 40 ປີແຫ່ງວັນປົດປ່ອຍປະເທດຊາດ, 25 ປີ ແຫ່ງວັນສ້າງການພົວພັນລະຫວ່າງ ຫວຽດນາມ - ອາເມລິກາເປັນປົກກະຕິ, ຫວຽດນາມດຳລົງຕຳແໜ່ງເປັນປະທານອາຊຽນ. ອາດຈະເວົ້າວ່າ, ປີໜ້າແມ່ນປີທີ່ຟົ້ນຟື້ນ, ເປີດສາກໃຫ້ແກ່ສະໄໝໃໝ່ດ້ວຍຫຼາຍເຫດການ. ທິດທາງເຄື່ອນໄຫວຂອງ ສະຫະພັນແມ່ນເປັນເຈົ້າການ, ມີໄຫວພິບ, ປະດິດຄິດສ້າງສືບຕໍ່ປ່ຽນແປງໃໝ່, ມີ ເນື້ອໃນໃໝ່, ວິທີ ສຳຜັດໃໝ່, ແທດຈິງ ແລະ ມີປະສິດທິຜົນກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ