ສືບຕໍ່ປ່ຽນໃໝ່, ຍົກສູງປະສິດທິຜົນ ລັດວິສາຫະກິດ

ສືບຕໍ່ປ່ຽນໃໝ່, ຍົກສູງປະສິດທິຜົນ ລັດວິສາຫະກິດ - ảnh 1
(ທ່ານ​ນາຍົກລັດຖະ​ມົນຕີ Nguyen Tan Dung )

(vovworld) -     ຢູ່​ທີ່​ວາລະ​ປະຊຸມ​ປະຈຳ​ເດືອນ​ຂອງ​ລັດຖະບານ, ວັນທີ 6/9, ​ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ນາຍົກລັດຖະ​ມົນຕີ Nguyen Tan Dung, ລັດຖະບານ​ໄດ້​ປຶກສາ​ຫາລື​ບາງ​ໂຄງການ​ສຳຄັນ​ທີ່​ກ່ຽວຂ້ອງ​ເຖິງ​​ເນື້ອ​ໃນ “ສືບ​ຕໍ່​ປ່ຽນ​ໃໝ່, ຍົກສູງ​ປະສິດ​ທິຜົນລັດ​ວິ​ສາ​ຫະກິດ, ຮັບປະກັນ​ບົດບາດ​ຫຼັກ​ແຫຼ່ງຂອງ​​ເສດຖະກິດ​ແຫ່ງ​ລັດ​ໃນ​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ ກຳນົດ​ທິດ​ສັງຄົມ​ນິຍົມ” ​ແລະ​ “ລະດົມ​ແຫຼ່ງກຳລັງ​ປະຕິບັດ​ບັນ​ດາ​ຍຸດ​ທະ​ສາດ​ບຸກທະລຸ”. ບັນຫາສຳຄັນ​ທີ່​ບັນດາ​ສະມາຊິກ​ລັ​ດຖະບານ​ໄດ້​ປຶກສາ​ຫາລື​ນັ້ນແມ່ນ ການ​​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ຊາວ​ຜູ້​ອອກ​ແຮງ​ງານ, ​ເປີດ​ເຜີຍ​ການ​ເຄື່ອນ​ໄຫວ​ດ້ານ​ການ​ເງິນ​ຂອງ​ວິ​ສາ​ຫະກິດ ຕີ​ລາຄາ​ຢ່າງ​ຖືກຕ້ອງ​​ບົດບາດ​ຂອງ​ລັດ​ວິ​ສາ​ຫະກິດ ​ໃນ​ການ​ປະຕິບັດ​ໜ້າ​ທີ່​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ລັດ; ​ໂດຍ​ສະ​ເພາະ​ແມ່ນ​ຕໍ່​ກັບ​ວິວັດທະນາ​ການ​ເຊື່ອມ​ໂຍງ, ​ເປີດ​ກວ້າ​ງການ​ຮ່ວມ​ມື​ສາກົນ​ຂອງ​ປະ​ເທດ​ຊາດ. ບົນ​ພື້ນຖານ​ຄຳ​ຄິດ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ຢືນຢັນ​ວ່າ ບັນດາ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ ​ແລະ ຕັ້ງໜ້າຂອງ​ລັດ​ວິ​ສາ​ຫະກິດ, ​ເຊິ່ງລະອຽດ​ແມ່ນ​ກຸ່ມ​ບໍລິສັດ, ບໍລິສັດ​ໃຫຍ່ ທີ່​ມີ​ຕໍ່​ການ​ຮັກສາ​ເສດຖະກິດ​ມະຫາ​ພາກ​ໃຫ້​ເປັນ​ປັກ​ກະຕິ, ຊຸກຍູ້​ການ​ຜະລິດ​​ໃຫ້ຂະຫຍາຍ​ຕົວ, ​ເພີ່ມ​ສະມັດ​ຕະພາບ​ໃນ​ການ​ອອກ​ແຮງ​ງານ, ປະກອບສ່ວນ​​ຮັບປະກັນ​ຊີວິດ​ສັງຄົມ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ, ຮັບປະກັນ​ຄວາມ​ໝັ້ນຄົງ, ປ້ອງ​ກັນຊາ​ດ. ຊີ້​ແຈ້ງ​ທັດສະນະ​ຕ້ອງ​ມີ​ລັດ​ວິ​ສາ​ຫະກິດ​ເປັນ​ເຄື່ອງມື​ດ້ານ​ວັດ​ຖຸທີ່​ສຳຄັນ​ເພື່ອ​ໃຫ້​ລັດ​ກຳນົດ​ທິດ ​ແລະ ດັດສົມ​ເສດຖະກິດ​ມະຫາ​ພາກ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ສະ​ເໜີ​ວ່າ ຈຸດໝາຍ​ທີ່​ວາງ​ອອກ​​ແຕ່​ນີ້​ຮອດ​ປີ 2015 ​ແມ່ນ​ຕ້ອງ​ສ້າງ​ໂຄງ​ປະກອບ​ກຸ່ມ​ບໍລິ​ສັດ, ບໍລິສັດ​ໃຫຍ່​ແຫ່ງ​ລັດ ​ໃຫ້​ສຳ​ເລັດ​ຜົນ ຕາມ​ຈິດ​ໃຈ​ຂອງ​ມະຕິ​ຂອງ​ສູນ​ກາງ​ພັກ, ​ໃນ​ນັ້ນຮຽກຮ້ອງ​ໃຫ້​ລັດ​ວິ​ສາ​ຫະກິດ​ສຸມ​ໃສ່​ລົງທຶນ​ຢ່າງ​ມີ​ປະສິດທິ​ຜົນ​ເຂົ້າ​ໃນ​ຂະ​ແໜງ​ອາຊີບຕົ້ນ​ຕໍ່​ທີ່​ໄດ້​ຮັບ​ການກຳນົດ.

ຂ່າວ/ບົດ​ອື່ນ