ສືບຕໍ່ປ່ຽນໃໝ່ວຽກງານແຂ່ງຂັນ,ຍ້ອງຍໍ

ສືບຕໍ່ປ່ຽນໃໝ່ວຽກງານແຂ່ງຂັນ,ຍ້ອງຍໍ - ảnh 1
(ກອງ​ປະຊຸມ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອີນ​ເຕີ​ແນ​ດ
ກ່ຽວ​ກັບ​ການ​ສືບ​ຕໍ່​ປ່ຽນ​ໃໝ່​ວຽກງານ​ແຂ່ງຂັນ, ຍ້ອງຍໍ)


(vovworld) –  ຕອນ​ເຊົ້າ​ວັນ​ທີ 08/07, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອີນ​ເຕີ​ແນ​ັດທົ່ວ​ປະ​ເທດ ເພື່ອຜັນ​ຂະຫຍາຍ​ຄຳ​ສັ່ງ​ເລກທີ 34 ຂອງ​ກົມ​ການ​ເມືອງ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຊຸດ​ທີ 11 “ກ່ຽວ​ກັບ​ການ​ສືບ​ຕໍ່​ປ່ຽນ​ໃໝ່​ວຽກງານ​ແຂ່ງຂັນ, ຍ້ອງຍໍ”. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ວ່າ: ອົງຄະ​ນະ​ພັກ​ທຸກ​ຂັ້ນ, ຜູ້ນຳ​ບັນ​ດາ​ອົງການ, ຫົວໜ່ວຍ​ຕ້ອງ​ຊີ້​ນຳ​ ​ແລະ ຮັບຜິດຊອບ​ໂດຍ​ກົງ​ກ່ຽວ​ກັບ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ວຽກ​ງານ​ແຂ່ງຂັນ, ຍ້ອ​ງຍໍ, ​ແຕ່ລະໜ່ວຍພັກ, ສະມາຊິກ​ພັກ ຕ້ອງ​ເສີມ​ຂະຫຍາຍ​ບົດບາດນຳ​ໜ້າ, ​ເປັນ​ແບບຢ່າງ ​ແລະ ​ເປັນ​ແກ່ນສານ​ໃນ​ບັນດາ​ຂະ​ບວນການ​ແຂ່ງຂັນ​ຂັ້ນ​ຮາກ​ຖານ, ຕິດ​ພັນ​ກັບ​ການ “ຮໍ່າຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະ​ທານ​ໂຮ່ຈິ​ມິນ”… ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ.

ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ບັນດາການ​ນຳຫຼັກ​ແຫຼ່ງ​ ຕ້ອງ​ມີ​ຄວາມ​ຮັບ​ຮູ້ຢ່າງພຽງພໍເລິກເຊິ່ງກ່ຽວກັບຈຸດປະສົງ, ຄວາມໝາຍ, ເນື້ອ​ໃນ​ຂອງ​ຄຳ​ສັ່ງ​ເລກທີ 34. ບັນດາ​ຄະນະ​ພັກ​ແຂວງ, ນະຄອນ, ຄະນະ​ກຳມະການ​ພັກ ຕ້ອງ​ມີ​ວີ​ທີ​ເຮັດ​ຢ່າງ​ເໝາະ​ສົມ​ຢູ່​ທ້ອງ​ຖິ່ນ. ​ໄປ​ຄຽງ​ຄູ່ກັນ​ນັ້ນຕ້ອງ​ແບ່ງ​ຄວາມຮັບຜິດຊອບໜ້າທີ່, ຊີ້​ນຳລະອຽດ​ໂດຍ​ກົງ, ​ແທດ​ຈິງ ​ແລະ ຍູ້​ແຮງ​ການ​ໂຄສະນາ​ບັນດາ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ ດ້ວຍ​ຈຸດ​ສຸມ​ແມ່ນ​ຂະ​ບວນການ​ທົ່ວ​ປະ​ເທດ​ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່ສ້າງ​ຊົນນະບົດ​ໃໝ່, ທົ່ວ​ປະ​ເທດ​ມຸ່ງ​ໄປ​ສູ່ທະ​ເລ, ໝູ່ເກາະປົກ​ປັກ​ຮັກສາ​ອະທິປະ​ໄຕ​ປະ​ເທດ​ຊາດ”.

ຂ່າວ/ບົດ​ອື່ນ