ສືບຕໍ່ຜັນຂະຫຍາຍ, ຊາບຊືມມະຕິສູນກາງຄັ້ງທີ 4 ຊຸດທີ 11

ສືບຕໍ່ຜັນຂະຫຍາຍ, ຊາບຊືມມະຕິສູນກາງຄັ້ງທີ 4 ຊຸດທີ 11 - ảnh 1
ທ່ານ​ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ Vu Duc Dam

( vovworld ) –   ວັນ​ທີ 14/4,​ ອົງຄະ​ນະ​ພັກ​ຫ້ອງ​ວ່າການ​ລັດຖະບານ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມຊາບ​ຊືມມະຕິ​ສູນ​ກາງ​ຄັ້ງ​ທີ 4 ຊຸດ​ທີ 11 ກ່ຽວ​ກັບ “ ບາງ​ບັນຫາ​ຮີບ​ດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ ”. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ເລຂາ​ອົງຄະນະ​ພັກ,​ລັດຖະມົນ​ຕີ, ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ Vu Duc Dam ​ໄດ້​ເນັ້ນ​ໜັກ​ເຖິງ​ມະຕິສູນ​ກາງ​ຄັ້ງ​ທີ 4 ຊຸດ​ທີ 11 ​ແມ່ນມີ​ທິ່ຕັ້ງ, ຄວາມ​ໝາຍສຳຄັນທີ່​ມີຕໍ່​ວຽກ​ງານ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ, ທ່ານ​ລັດຖະມົນຕີ Vu Duc Dam ​ໄດ້​ເອົາ​ໃຈ​ໃສ່​​ເຖິງບັນດາ​ບັນຫາ​ໃນ​ວິວັດ​​ແຫ່ງການ​ຊີ້​ນຳຈັດ​ຕັ້ງ​ການ​ປະຕິບັດມະຕິສູນ​ກາງ​ຄັ້ງ​ທີ 4 ຊຸດ​ທີ 11 ຢູ່​ທີ​ອົງຄະ​ນະ​ພັກ​ຫ້ອງ​ວ່າການ​ລັດຖະບານ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ. ພາຍຫຼັງ​ກອງ​ປະຊຸມ​ນີ້, ອົງຄະ​ນະ​ພັກ​ຫ້ອງ​ວ່າການ​ລັດຖະບານ​ສືບ​ຕໍ່​ຊີ້​ນຳ​ປະຕິບັດ​ວຽກ​ງານ​ຊາບ​ຊືມ ​ແລະ ຜັນ​ຂະຫຍາຍ​ການ​ປະຕິບັດ​ມະຕິສູນ​ກາງ​ຄັ້ງ​ທີ 4 ຊຸດ​ທີ 11 ກ່ຽວ​ກັບ​ບາງ​ບັນຫາ​ຮີ​ບດ່ວນກ່ຽວ​ກັບ​ການກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ​ໃຫ້​ແກ່​ພະນັກງານ, ສະມາຊິກ​ພັກ​ຂອງ​ອົງການ ​ແລະ ຫົວໜ່ວຍ​ຂອງ​ຕົນ​ເປັນ​ຢ່າງ​ດີ.

        ວຽກ​ງານ​ຊາບ​ຊືມ ​ແລະ ຜັນ​ຂະຫຍາຍ​ການປະຕິບັດມະຕິສູນ​ກາງ​ຄັ້ງ​ທີ 4 ຊຸດ​ທີ 11 ກ່ຽວ​ກັບ “ ບາງ​ບັນຫາ​ຮີບ​ດ່ວນ​ກ່ຽວ​ກັບ​ກ່ຮ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ ” ຊືບຕໍ່​ປະຕິບັດຢູ່​ບັນດາ​ແຂວງ​ພາກ​ກາງ. ​ມີ​ຫຼາຍແຂວງໄດ້ຈັດ​ຕັ້ງ​ກອງ​ປະຊຸ​ມ​ເພື່ອຮັບ​ເອົາ​ຄຳ​ຄິດ​ຄຳ​ເຫັນຂອງ​ບັນດາ​ພະນັກງານ​ພັກ​ກິນ​ເບ້ຍ​ບຳນານ​ເພື່ອປະກອບສ່ວນ​​ໃນ​ການກໍ່ສ້າງ​ພັກຄື ​ແຂວງ Binh Dinh, Phu Yen, Quang Nam ​ແລະ Thua Thien Hue. ສະ​ເພາະ​ແຂວງ Binh Dinh ​ໄດ້​ຜັນ​ຂະຫຍາຍ​ຊາບຊືມມະຕິ​ເຖິງ​ໝູ່​ປະຊາຊົນ​ຜູ້​ມີ​ພູມປັນຍາ. ​ເບິ່ງ​ລວມ​ແລ້ວ, ບັນດາ​ແຂວງລ້ວນ​ແຕ່​ໃກ້ຊິດຕາມຄຳ​ຊີ້​ນຳ​ຂອງ​ກົມ​ການ​ເມືອງ ​ແລະ ຄະນະ​ເລຂາ ດ້ວຍ​ຈິດ​ໃຈ​ຮີບ​ດ່ວນ, ​ເຂັ້ມງວດ​ແຕ່​ລະ​ມັດ​ລະວັງ ​ແລະ ​​ແນບນຽນ. ທ່ານ Phan Cong Tuyen, ຫົວໜ້າ​ຄະ​ນະ​ໂຄສະນາ​ສຶກສາ​ຄະນະ​ພັກ​ແຂວງ Thua Thien Hue ​ໄດ້​ຢືນຢັນ​ວ່າ.     

 “ ພ້ອມກັບ​ການ​ປະຕິບັດ​ການ​ດຳ​ເນີນ​ຊີວິດດ້ານ​ການ​ເມືອງ​ເພື່ອ​ຊາບ​ຊືມກຳ​ໄດ້​ບັນດາທັດສະນະ​ຂອງ​ພັກຢ່າງ​ເລິກ​ເຊິ່ງ, ພ້ອມ​ກັນ​ນັ້ນປະຕິບັດ​ຢ່າງ​ເຂັ້ມ​ງວດ, ພວກ​ຂ້າພະ​ເຈົ້າ​​ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ່ 4 ຕິດ​ພັນ​ກັບ​ໜ້າ​ທີ່​ການ​ເມືອງ ​ແລະ ປະຕິບັດ​ຄຳ​ສັ່ງ​ເລກທີ 03 ກ່ຽວ​ກັບ​ການ​ປະຕິບັດຕາມ​ແບບຢ່າງ​ຄຸນສົມບັດ​ຂອງ​ປະທານ ​ໂຮ່ຈິ​ມິນ ”.

ຂ່າວ/ບົດ​ອື່ນ